ຈັດສັນ ແລະ ຄັດເລືອກ ເອົາແຕ່ສີ່ງທີ່ແທດເໝາະກັບໂລກແຫ່ງຄວາມເປັນຈິງ – ເນັ້ນໃສ່ການລົງເຮັດພາກປະຕິບັດຕົວຈິງ.
ການຮຽນການສອນ
ຂໍ້ມູນທົ່ວໄປກ່ຽວກັບການຮຽນການສອນ
ວິທະຍາໄລມີຈຸດປະສົງພັດທະນານັກວິຊາການດ້ານກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມສາມາດເພື່ອພັດທະນາເຂດເນີນສູງ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາລະບົບນິເວດວິທະຍາຂອງເຂດເນີນສູງ, ຮັບປະກັນການຄໍ້າປະກັນເລື່ອງສະບຽງອາຫານ, ການພັດທະນາຊີວິດການເປັນຢູ່ໃນເຂດຊົນນະບົດ ແລະ ຊຸກຍູ້ການຜັນປ່ຽນຈາການຜະລິດກະສິກໍາແບບປະຖົມປະຖານໃຫ້ເປັນ ການຜະລິດເພື່ອເປັນສິນຄ້າ. ນັກສຶກສາທີ່ຮຽນຈົບຈາກວິທະຍາໄລສາມາດນໍາໃຊ້ປະສົບການຄວາມຮູ້ ແລະ ທັກສະ ທີ່ໄດ້ຮັບເພື່ອໄປນໍາໃຊ້ເຂົ້າໃນຊີວີດປະຈຳວັນ ແລະ ການປະກອບວິຊາອາຊີບຕົວຈິງ. ນັກສຶກສາຍັງໄດ້ຮຽນຮູ້ວິທີການດັດປັບສະຖານະການຂອງທ້ອງຖິ່ນ ແລະ ຮູ້ວິທີຮັບມືກັບການປ່ຽນແປງຂອງເສດຖະກິດຂັ້ນທ້ອງຖິ່ນ ດ້ວຍການນໍາໃຊ້ເຕັກນິກຄວາມຮູ້ດ້ານກະສິກໍາແບບໃໝ່. ຫຼັກສູດຊັ້ນສູງລະບົບ 3 ປີ ດ້ານກະສິກໍາ ແລະປ່າໄມ້ແມ່ນໄດ້ມີການແບ່ງຊັດສ່ວນລະອຽດສໍາລັບ ການສອນພາກທິດສະດີ, ການນໍາໃຊ້ທິດສະດີ ແລະ ພາກປະຕິບັດຕົວ. ລະບົບການຣຽນ ການສອນຂອງວິທະຍາໄລແມ່ນເນັ້ນໃສ່ການນໍາໃຊ້ຄວາມຮູ້ ແລະ ຄວາມຊໍານິຊໍານານເຊີ່ງກວມເອົາ 60% ຂອງການສອນ. ຫຼັກສູດດັ່ງກວ່າໄດ້ມີການປັບປຸງດັດແກ້ ແລະ ຈັດຕັ້ງປະຕິບັດມາຕັ້ງແຕ່ສົກຮຽນ 2010/2011.
ຫຼັກສູດອະນຸປະລິນຍາ
ປະເພດວິຊາ ພາກຮຽນ ໜ່ວຍກິດ ໝວດວິຊາພື້ນຖານ ພາກຮຽນ 1 8 ໝວດວິຊາພື້ນຖານຂອງວິຊາສະເພາະ ພາກຮຽນ 1-4 38 ໝວດວິຊາສະເພາະທົ່ວໄປ ພາກຮຽນ 1-4 25 ໝວດວິຊາສະເພາະສາຂາ (ລວມທັງການລົງຝຶກງານທ້າຍປີ) ພາກຮຽນ 4-6 37 ໝວດວິຊາເລືອກ ພາກຮຽນr 5 3 Download Curriculum in PDF ສາຂາ ປູກຝັງ ສາຂາ ທຸລະກິດກະສິກໍາ ສາຂາ ປະມົງ ສາຂາ ປ່າໄມ້ ສາຂາ ລ້ຽງສັດ
ໝວດວິຊາພື້ນຖານ
ໝວດວິຊາພື້ນຖານທີ່ນັກສຶກສາທຸກຄົນຕ້ອງຮຽນມີຄື: (ປູກຝັງ, ລ້ຽງສັດ, ທຸລະກິດ ແລະ ປ່າໄມ້) ການເມືອງ ຈິດຕະວິທະຍາ ແລະ ມະນຸດສໍາພັນ ສຳມະນາ ແລະ ການຂຽນລາຍງານ ຄອມພິວເຕີ ໝວດວິຊາພື້ນຖານຂອງວິຊາສະເພາະທີ່ນັກສຶກສາທຸກຄົນຕ້ອງຮຽນມີຄື: (ປູກຝັງ, ລ້ຽງສັດ, ທຸລະກິດ ແລະ ປ່າໄມ້) ການສຶກສາຊຸມຊົນ ແລະ ພັດທະນາຊົນນະບົດ ການສົ່ງເສີມກະສິກໍາ ການບໍລິຫານໂຄງການ ການວາງແຜນ ແລະ ການຈັດການຟາມ ເສດຖະກິດກະສິກໍາ ການບັນຊີພື້ນຖານ ຫຼັກການຜະລິດພຶດເຂດເນີນ ຫຼັກການລ້ຽງສັດ ພຶກສາດ ແລະ ສາລິລະສາດພືດ ກາຍຍະວິພາກ ແລະ ສະລີລະສາດສັດ ນິເວດວິທະຍາ ເຄື່ອງມື ແລະ ກົນຈັກກະສິກຳ ການບໍລິຫານໂລຈິດສ໌ຕີກ ສະຖິຕິ ແລະ ການວາງແຜນການທົດລອງ ຈຸລະຊີບວິທະຍາ ຄະນິດສາດນຳໃຊ້ ພາສາອັງກິດກະສິກຳສຳລັບການສືສານ ໝວດວິຊາສະເພາະທົ່ວໄປ ສໍາລັບນັກສຶກສາທຸກຄົນ ປະກອບມີ ດິນ ແລະ ຄວາມອຸ…
ໝວດວິຊາສະເພາະ
ນັກສຶກສາຕ້ອງໄດ້ເລືອກຮຽນສາວິຊາຫຼັກໃດໜື່ງ ສາຂາວິຊາປູກຝັງ ຈຸດປະສົງຂອງຄະນະວິຊາປູກຝັງ 1. ພັດທະນາການຮຽນ-ການສອນໄປຕາມທິດທາງລວມຂອງວິທະຍາໄລ ກໍ່ຄືແຜນພັດທະ ນາທາງດ້ານ ກະສິກຳ ແລະ ປ່າໄມ້ຂອງກະຊວງກະສິກຳ ແລະ ປ່າໄມ້ ພັດທະນາຊົນ ນະ ບົດວາງອອກ. 2. ພັດທະນາພື້ນຖານໂຄງລ່າງບັນດາຟ່ມຕ່າງໆ ໃຫ້ການເປັນສະຖານທີ່ເຮັດພາກປະຕິບັດ ຕົວ ຈິງຂອງນັກ ສຶກສາ 3. ເປັນສະຖານທີ່ຮຽນຮູ້ທາງດ້ານວິຊາການປູກຝັງໃຫ້ພະນັກງານ ແລະ ຊາວກະສິກອນຜູ້ທີ່ ມີຄວາມສົນໃຈ 4. ກໍ່ສ້າງນັກວິຊາການປູກຝັງ ໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານການປູກພືດເຂດເນີນ ສູງ ໝວດວິຊາສະເພາະຂອງຄະນະວິຊາປຸກຝັງ ການປ້ອງກັນພືດ ລະບົບການປູກພືດ ພືດທັນຍາຫານໃນເຂດເນີນສູງ ການຂະຫຍາຍພັນພືດ ພືດສວນ ການອະນຸລັກຊີວະນາໆພັນພືດ ເມັດພັນ ແລະ ການຜະລິດເມັດພັນ ພືດເສດຖະກິດ ເສດຖະກິດ ແລະ ການຕະຫຼາດພືດ ການຈັດການຫຼັງການເກັບກ່ຽວ ການຈັດການສວນກ້າ ຝຶກງານທ້າຍການສຶກສາ(ລົງຝຶກງານ) ສາຂາວິຊາລ້ຽງສັດ & ປະມົງ ຈຸດປະສົງຂອງຄະນະວິຊາລ້ຽງສັດ ແລະ ການປະມົງ 1. ເພື່ອກໍ່ສ້າງນັກວິຊາການ ດ້ານການລ້ຽງສັດ ທັງດ້ານປະລິມານ ແລະ…
ການລົງຝຶກງານ
ໃນພາກຮຽນທີ 6, ນັກສຶກສາທຸກຄົນຕ້ອງໄດ້ລົງຝຶກງານ ຊຶ່ງເປັນອົງປະກອບສໍາຄັນຫຼັກຂອງຫຼັກສູດ ແລະວຽກງານການຂຽນບົດຈົບຊັ້ນ. ນັກສຶກສາມີຫຼາຍທາງເລືອກສໍາລັບບ່ອນລົງຝຶກງານເຊັ່ນວ່າ ລົງຝຶກງານນໍາຜູ້ປະກອບການທີ່ເປັນພາກລັດ ຫຼື ເອກະຊົນ, ຫຼື ສາມາດເຮັດໂຄງການທົດລອງນໍາໃຊ້ ຝຶກງານຢູ່ທີ່ຟາມໃດໜື່ງຂອງວິທະຍາໄລກໍ່ໄດ້. ທາງວິທະຍາໄລຮັບຮູ້ຄວາມສໍາຄັນ ແລະ ພະຍາຍາມສຸົ່ງເສີມໃຫ້ນັກສຶກສາໄດ້ລົງຝຶກງານກັບຜູ້ກະກອບການພາຍນອກ ເພາະມັນສ້າງໂອກາດອັນດີໃຫ້ແກ່ນັກສຶກສາໃຫ້ໄດ້ຮັບປະສົບການ ການເຮັດວຽກຕົວຈິງ ແລະ ຮູ້ຈັກຮັກແພງກັບບັນດາຜູ້ປະກອບການຕ່າງໆຊຶ່ງອາດຈະເປັນນາຍຈ້າງໃນອານາຄົດຂອງນັກສຶກສາ.