ໂຄງການຄົ້ນຄວ້າທົດລອງຮ່ວມກັບສາກົນ, ໂຄງການກ່ຽວກັບການຝຶກອົບຮົມ ແລະ ຜະລິດຕະພັນພື້ນບ້ານ
ຄົ້ນຄວ້າທົດລອງ ແລະ ບໍລິການ
ຄູ່ມືເຕັກນິກວິຊາການຕ່າງໆ
ປັດຈຸບັນ ວິທະຍາໄລກະສິກຳ ແລະປ່າໄມ້ ພາກເໜືອຮ່ວມມືກັບໂຄງການ LATARP, ເຊິ່ງເປັນໂຄງການຄົ້ນຄວ້າວິໄຈ ຜູ້ປະກອບຂະໜາດນ້ອຍທີ່ຜະລິດໄມ້ສັກໃນ ສປປ ລາວ ສະໜັບສະໜູນໂດຍລັດທະບານຂອງປະເທດໂອສຕາລີ່. ສໍາລັບລາຍລະອຽດເພີ່ມເຕີ່ມ ກະລຸນາ ເຂົ້າເບິ່ງ ເວີບຊ່າຍຂອງໂຄງການນີ້ອີກ: Lao-Australian Teak Agro-forestry Research Project
ການບໍລິການຝຶກອົບຮົມໄລຍະສັ້ນສໍາລັບຊາວກະສິກອນ ແລະ ຜູ້ສົນໃຈທົ່ວໄປ
ເລີ່ມເປີດບໍລິການຝຶກອົບຮົມທົດລອງຫຼັກສູດໄລຍະສັ້ນ 5 ວັນ ຕັ້ງແຕ່ ວັນ 25ຫາ 29 ກັນຍາ 2017 ມີ 8 ບ້ານ, 3 ເມືອງ ເມືອງປາກແຊງ, ເມືອງປາກອູ ແລະ ເມືອງຫຼວງພະບາງ ຊື່ບ້ານ ເມືອງ ຈຳນວນຄອບຄົວລວມໃນບ້ານ ລວມຜູ້ມີໜ້າເຂົ້າຮ່ວມຮັບຟັງ/ຍິງ ລວມຜູ້ທີ່ລົງທະບຽນ/ຍິງ ຫົວຂໍ້ທີ 1/ຍິງ ຫົວຂໍ້ທີ 2/ຍິງ ຫົວຂໍ້ທີ 3/ຍິງ ຫົວຂໍ້ທີ 4/ຍິງ ຫົວຂໍ້ທີ 5/ຍິງ ຫົວຂໍ້ທີ 6/ຍິງ ບ ສົບແຈກ ປາກແຊງ 72 68/33 14/11 11/8 3/3 10/8 0 4/4 0 ບ ຫາດຊຳ ປາກແຊງ 22 20/12 8/4 8/4 2/0…
Read more ການບໍລິການຝຶກອົບຮົມໄລຍະສັ້ນສໍາລັບຊາວກະສິກອນ ແລະ ຜູ້ສົນໃຈທົ່ວໄປ
ຜະລິດຕະພັນ ຂອງວິທະຍາໄລ
ຜະລິດຕະພັນ ຈາກຟາມອິນຊີຂອງວິທະຍາໄລ ຟາມອິນຊີມີບົດບາດສໍາຄັນ ເພື່ອຮັບໃຊ້ການຮຽນ ການສອນພາກປະຕິບັດຕົວຈິງໃນວິທະຍາໄລ. ຄູອາຈານ ແລະນັກສຶກສາໄດ້ຮັບປະສົບການຕົວຈິງກ່ຽວກັບຂັ້ນຕອນສໍາຄັນຕ່າງໆກ່ຽວກັບ ຕ່ອງໂສ້ມູນຄ່າກະສິກໍາ, ແຜນການຜະລິດ, ການຕະຫຼາດ ແລະ ການຂາຍຜົນຜະລິດ. ຄູອາຈານ ແລະນັກສຶກສາຜູ້ທີ່ກ່ຽວກັບຟາມອິນຊີຍັງມີໂອກາດໄດ້ໄປແລກປ່ຽນຄວາມຮູ້ວິຊາການກ່ຽວກັບການຄຸ້ມຄອງຈັດການ ຟາມອິນຊີ ຈາກຊ່ຽວຊານຈາກຫຼາຍພາກສ່ວນ ຜູ້ມີຄວາມຮູ້ກ່ຽວກັບຟາມອິນຊີ ເຊັ່ນ ພະແນກມາດຕະຖານ ທີ່ຂຶ້ນກັບ ກະຊວງກະສິກໍາ ແລະປ່າໄມ້, ສະມາຄົມກະສິກຳອິນຊີຫຼວງພະບາງ. ຜັກປອດສານຜິດທີ່ປູກ (ອີງຕາມລະດູການ) ປະກອບມີ: • ສະລັດຂຽວ ແລະ ສະລັດແດງ • ຜັກສະລັດລ໋ອກເກດ • ຜັກກະເພົາອີ່ຕ່າລີ່ • ໜາກເລັ່ນ ສອບຖາມຂໍ້ມູນເພີ່ມເຕີ່ມ ແລະ ຕ້ອງການສັ່ງຊື້ ກະລຸນາຕິດຕໍ່ : Mr Nouwang 020 22967346 ການແປຮູບອາຫານ ແລະການສ້າງລາຍຮັບຂອງນັກສຶກສາ ວິທະຍາເຂດຂອງວິທະຍາໄລເປັນທີ່ຕັ້ງຂອງບັນດາຫົວໜ່ວຍຟາມຂະໜາດນ້ອຍເພື່ອຮັບໃຊ້ເຂົ້າໃນການສອນພາກປະຕິບັດຕົວຈິງໃຫ້ນັກສຶກສາມີຄວາມຊໍານິຊໍານານດ້ານ ການປູກຝັງ, ລ້ຽງສັດ ແລະ ການປະມົງ, ປ່າໄມ້ ແລະ ທຸລະກິດກະສິກໍາ. ນອກນີ້ ຫົວໜ່ວຍຟາມ ຍັງເປັນບ່ອນສ້າງໂອກາດສໍາຄັນໃຫ້ແກ່ນັກສຶກສາເພື່ອສ້າງລາຍຮັບຕື່ມອີກ. ທາງວິທະຍາໄລໄດ້ໂຄສະນາ…