ຄົ້ນຫາ ຟາມສາທິດ, ຫ້ອງຮຽນ, ຫ້ອງທົດລອງ ໃນເນື້ອທີ່ຫຼາຍກວ່າ 60 ຕາແມັດ.
ຄົ້ນຫາສິ່ງໃນວິທະຍາເຂດວິທະຍາໄລ
ສີ່ງອໍານວຍຄວາມສະດວກຕ່າງໆ
ໂຄງການ SURAFCO ເລີ່ມສະໜັບສະໜູນ ວິທະຍາໄລຕັ້ງແຕ່ປີ 2009 ເປັນຕົ້ນມາ (ແຜ່ນພັບກ່ຽວກັບໂຄງການເຊີລາໂກ), ວິທະຍາໄລຈຶ່ງມີຄວາມສາມາດໃນການຂະຫຍາຍ ແລະ ປຸກສ້າງສິ່ງອໍານວຍຄວາມສະດວກໃຫ້ມີຄວາມທັນສະໄໝ ເຊັ່ນ: ຫໍພັກ, ຫ້ອງຮຽນ, ຫ້ອງທົດລອງ ແລະ ຟາມຕ່າງໆ ເພື່ອຮັບໃຊ້ການສອນພາກປະຕິບັດຕົວຈິງ. ພື້ນຖານໂຄງລ່າງຂອງວິທະຍາໄລເຮັດໃຫ້ຄູ-ອາຈານ ແລະ ນັກສຶກສາມີຄວາມກະຕືລືລົ້ນ, ສົນອົກສົນໃຈ ແລະ ເຮັດໃຫ້ການຮຽນ-ການສອນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ. ນອກນັ້ນ ທາງວິທະຍາໄລຍັງໄດ້ເອົາໃຈໃສ່ກ່ຽວກັບ ຄວາມສ່ຽງ ແລະ ເລື່ອງບົດບາດຍິງ-ຊາຍ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ມັນແທດເໝາະກັບຄວາມຕ້ອງການຂອງນັກສຶກສາທີ່ເປັນເພດຍິງ. ວິທະຍາໄລຍັງມີສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກສຶກສາໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ. ສິ່ງອໍານວຍຄວາມສະດວກທີ່ກ່າວມາທັງໝົດນີ້ ຈຶ່ງເຮັດໃຫ້ວິທະຍາໄລມີສິ່ງອໍານວຍຄວາມສະດວກແບບເປັນເລີດ ເພື່ອຮັບໃຊ້ເຂົ້າໃນການຮຽນ-ການສອນພາກປະຕິບັດ ການສາທິດ ດ້ວຍຫຼາຍຮູບການໂດຍໃຊ້ຫົວໜ່ວຍຟາມຕ່າງໆ ຂອງວິທະຍາໄລ. ຫໍພັກ ແລະ ເຮືອນຄົວສໍາລັບນັກສຶກສາ ວິທະຍາໄລສະໜອງຫໍພັກ ຍິງ ແລະ ຊາຍ ພ້ອມທັງມີເຮືອນຄົວ ສໍາລັບນັກສຶກສາຜູ້ທີ່ນອນຫໍພັກ. ສໍາລັບນັກສຶກສາປີທີ 1 ແມ່ນຈັດໃຫ້ນອນຫໍພັກຫຼັງໃໝ່ ທີ່ມີຫ້ອງນອນ ຫ້ອງລະ 4 ຕຽງ. ສໍາລັບທີ່ພັກອື່ນໆຢູ່ເຂດວິທະຍາໄລ ຍັງມີຫໍພັກລວມ…
ການອານຸລັກສິ່ງແວດລ້ອມ
ວິທະຍາໄລເອົາໃຈໃສ່ເປັນພິເສດໃນການນໍາໃຊ້ພະລັງງານແສງຕາເວັນ, ການນໍາໃຊ້ຄືນສິ່ງທີ່ໃຊ້ແລ້ວ ເຊັ່ນ ຂີ້ເຫຍື້ອ ແລະ ການຄຸ້ມຄອງຈັດການຂີ້ເຫຍື້ອ. ພື້ນຖານໂຄງລ່າງທີ່ສ້າງຂຶ້ນແມ່ນມີລະບົບພະລັງງານທີ່ພຽງພໍ. ນໍ້າດື່ມ(ນໍ້າບາດານ) ແມ່ນໃຊ້ລະບົບພະລັງງານແສງຕາເວັນ ເພື່ອປໍ້າດູດມານໍາໃຊ້ໃນແຕ່ລະຕຶກອາຄານ. ສໍາລັບນໍ້າເສຍໄດ້ມີການບໍາບັດໂດຍການໃຊ້ລະບົບກັ່ນຕອງ ດີວັດສ(DEWATS) ໃນອ່າງໂຕ່ງທີ່ສ້າງຂຶ້ນມາຮັບໃຊ້ການບໍາບັດນໍ້າເສຍໃນວິທະຍາໄລໂດຍສະເພາະ.
ຟາມສາທິດ
60% ຂອງຫຼັກສູດແມ່ນເນັ້ນໃສ່ການສອນພາກຕິບັດຕົວຈິງ ມີສິ່ງອໍານວຍທີ່ດີເລີດຫຼາຍໆຢ່າງຢູ່ໃນວິທະຍາຂອງວິທະຍາໄລ ເພື່ອສົ່ງເສີມການຮຽນ-ການສອນພາກປະຕິບັດຕົວຈິງ. ມີຟາມ 28 ແຫ່ງໃນວິທະຍາໄລ. ຈຸດປະສົງຂອງຟາມມີຫຼາຍຢ່າງຄື: ເພື່ອຮັບໃຊ້ເຂົ້າໃນການຮຽນການສອນພາກປະຕິບັດ, ເປັນບ່ອນ ຄົ້ນຄວ້າທົດລອງນໍາໃຊ້ ແລະ ເປັນບ່ອນສ້າງລາຍຮັບໃຫ້ແກ່ນັກສຶກສາ ແລະ ຄູອາຈານຂອງວິທະຍາໄລ. ປູກຝັງ ແຜ່ນໂປດສເຕີ ຂອງແຕ່ລະຟາມໃນວິທະຍາໄລ ສາມາດດາວໂຫຼດໄດ້ໃນແບບ ພີດີເອັຟ ລຸ່ມນີ້: ຟາມຝຸນບົ່ມ, ຟາມໄມ້ໃຫ້ໝາກ, ຟາມປະສົມປະສານ 1, ຟາມປະສົມປະສານ 2, ຟາມປູກເຫັດ, ຟາມສວນກ້າເບ້ຍໄມ້, ຟາມເຂດເນີນສູງ, ຟາມຜັກ. ລ້ຽງສັດ & ປະມົງ ແຜ່ນໂປດສເຕີ ຂອງແຕ່ລະຟາມໃນວິທະຍາໄລ ສາມາດດາວໂຫຼດໄດ້ໃນແບບ ພີດີເອັຟ ລຸ່ມນີ້: ຟາມງົວ-ຄວາຍ, ຟາມຈິ່ງລີດ, ຟາມປາ, ຟາມອາຫານສັດ, ຟາມກົບ, ຟາມແບ້, ຟາມໝູ, ຟາມສັດປີກ, ກິດຈະກຳສັດຕະວະແພດ. ທຸລະກິດກະສິກໍາ ແຜ່ນໂປດສເຕີ ຂອງແຕ່ລະຟາມໃນວິທະຍາໄລ ສາມາດດາວໂຫຼດໄດ້ໃນແບບ ພີດີເອັຟ ລຸ່ມນີ້: ຟາມກະສິກຳອິນຊີ,…