ວິໄສທັດ
ກໍ່ສ້າງນັກວິຊາການ ດ້ານທຸລະກິດກະສິກໍາ ທີ່ມີຄວາມຊໍານານ , ມີຄວາມອົດທົນ,ຄຸນສົມບັດ , ລະບຽບວິໄນ ແລະ ດໍາເນີນທຸລະກິດ ດ້ວຍຄວາມຍືນຍົງ
ພາລະກິດ
1. ປັບປຸງ ແລະ ພັດທະນາຫຼັກສູດທຸລະກິດກະສິກໍາທີ່ເນັ້ນຄວາມຊໍານານ
2. ສ້າງນັກວິຊາການທີ່ມີຄຸນສົມບັດ,ຄວາມຮູ້,ຄວາມສາມາດ,ຄວາມຊໍານານໃນການວາງແຜນບໍລິຫານທຸລະກິດ , ວິເຄາະດ້ານຊ່ອງທາງການຕະຫຼາດ ແລະ ເພີ່ມຕ່ອງໂສ້ມູນຄ່າຂອງຜະລິດຕະພັນ ທີ່ສອດຄ່ອງ ແລະ ຕ້ອງການ ຂອງຕະຫຼາດແຮງງານ.
3. ພັດທະນາຫຼັກສູດການຝຶກອົບຮົມໄລຍະສັ້ນ , ໃຫ້ການບໍລິການທາງດ້ານວິຊາການ ແລະ ໃຫ້ການຝຶກອົບຮົມ
4. ຍົກລະດັບ ຄວາມຮູ້,ຄວາມສາມາດຂອງຄູ ອານຈານໃຫ້ໄປຕາມໜ້າທີ່ ວິຊາສະເພາະ .
5. ສ້າງນັກສຶກສາໃຫ້ກາຍເປັນ ວິຊາການທີ່ມີຄວາມຊໍານານໃນການສ້າງແຜນ ແລະ ວາງແຜນເພື່ອບໍລິຫານ ທຸລະກິດໃຫ້ກາຍເປັນອາຊີບທີ່ຖາວອນຂອງຕົນ
6. ຍາດແຍ່ງການຊ່ວຍເຫຼືອ, ຮ່ວມມືກັບການຈັດຕັ້ງ ທັງ ພາຍໃນ ແລະ ຕ່າງປະເທດ
7. ດໍາເນີນການຄົ້ນຄ້ວາທົດລອງວິໃຈ.
8. ພັດທະນາພື້ນຖານເທັກນິກ ແລະ ສິ່ງທີ່ອໍານວຍຄວາມສະດວກຕ່າງໆ
9. ພັດທະນາລະບົບການບໍລິຫານໃຫ້ມີຄວາມໂປ່ງໃສ ແລະ ມີການມີສ່ວນຮ່ວມຂອງບົດບາດບິງຊາຍ.
ປັດຊະຍາ
“ມຸ້ງໝັ້ນພັດທະນາບັນດິດ ຜະລິດນັກທຸລະກິດກະສິກໍາມີຄວາມຊໍານານ ເປັນນັກປະກອບການທີ່ມີຄຸນນະພາບ”

ຈຸດປະສົງຂອງຫຼັກສູດ
1) ເພື່ອກໍ່ສ້າງນັກວິຊາການ ດ້ານທຸລະກິດກະສິກໍາ ທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດແຮງງານ;
2) ມີແນວຄິດ ຄຸນສົມບັດ ສິນທໍາປະຕິວັດ, ມີທັດສະນະຫຼັ້ກໝັ້ນທີ່ຖືກຕ້ອງ, ມີລະບຽບວິໄນ
3) ສາມາດນໍາເອົາຄວາມຮູ້, ຄວາມສາມາດ, ຄວາມຊໍານານງານ ແລະ ປະສົບການໄປໃຊ້ໃນການດໍາລົງຊີວິດ ແລະ ໄປປະກອບອາຊີບຢ່າງມີປະສິດທິພາບ
ດາວໂຫຼດ ແນະນໍາຄະນະວິຊາທຸລະກິດກະສິກຳ