ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ພົວພັນຮ່ວມມືກັບຫຼາຍພາກສ່ວນ ທັງສະຖາບັນການສຶກສາພາຍໃນລາວ, ເຂດພາກພື້ນ ແລະ ສາກົນ, ອົງການພັດທະນາທີ່ບໍ່ຂຶ້ນກັບລັດຖະບານ, ສະມາຄົມທີ່ບໍ່ຫວັງຜົນກໍາໄລ, ກຸ່ມໄວໜຸ່ມ ແລະ ນັກສຶກສາ, ພາກສ່ວນເອກະຊົນ, ຊາວກະສິກອນ ແລະ ສະມາຄົມເພື່ອຊາວກະສິກອນ.
ສໍາລັບວິທະຍາໄລແລ້ວ, ການພົວພັນຮ່ວມມືຖືວ່າເປັນອົງປະກອບສໍາຄັນໃນການພັດທະນາຄວາມຮູ້ ແລະ ທັກສະໃຫ້ແກ່ສະຖາບັນ ກໍ່ຄືຄູອາຈານ ແລະ ເປັນການສ້າງສາຍສໍາພັນທີ່ດີກັບບັນດາກຸ່ມ ຫຼື ສະມາຄົມຊາວກະສິກອນ ພ້ອມທັງເປັນຜົນດີໃນການເຂົ້າເຖິງ ຕະຫຼາດແຮງງານ, ການລົງຝຶກງານຂອງນັກສຶກສາ ແລະ ໂອກາດໃນການຊອກຫາວຽກເຮັດງານທຳ
ທີ່ຢູ່ຕິດຕໍ່ພົວພັນຄູ່ຮ່ວມງານຂອງວິທະຍາໄລ
ມະຫາວິທະຍາໄລ ແມ່ໂຈ້, ຊຽງໃໝ່, ປະເທດໄທ
ສະຖາບັນວິໄຈວິທະຍາສາດ ແລະ ເຕັກໂນໂລຢີແຫ່ງປະເທດໄທ
ສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ລາວ
ສູນກະສິກໍາອິນຊີ ແຂວງ ຫຼວງພະບາງ
ບໍລິສັດລິບວິງແລນ ຫຼວງພະບາງ, ການທ່ອງທ່ຽວດ້ານກະສິກໍາ
ສວນພຶກສາສາດ ຜາຕັດແກ້, ຫຼວງພະບາງ