4 ວິທະຍາໄລອື່ນ ທີ່ຂຶ້ນກັບ ກະຊວງກະສິກໍາ ແລະ ປ່າໄມ້ (ກປ)
ວິທະຍາໄລກະສິກໍາ ແລະປ່າໄມ້ພາກເໜືອ(ວກປໜ) ແຂວງຫຼວງພະບາງ ກໍແມ່ນໜື່ງໃນຫ້າວິທະຍາໄລ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້. ທັງຫ້າວິທະຍາໄລ ນໍາໃຊ້ ຫຼັກສູດຊັ້ນສູງອັນດຽວກັນ ແຕ່ວ່າ ແຕ່ລະວິທະຍາໄລມີສາຂາວິຊາສະເພາະໃໝ່ແຕກຕ່າງກັນ.
ວິທະຍາໄລ | ສາຂາວິຊາທີ່ສອນໃນປັດຈຸບັນ | ສາຂາວິຊາສະເພາະໃໝ່
ມີແຜນຂະຫຍາຍໃນສົກປີ 2016/2017 |
ວິທະຍາໄລກະສິກໍາ ແລະປ່າໄມ້ພາກເໜືອ, ເຂດປາກເຊືອງ, ແຂວງ ຫຼວງພະບາງ | ປູກຝັງ, ລ້ຽງສັດ & ການປະມົງ,ປ່າໄມ້ ແລະ ທຸລະກິດກະສິກໍາ | ການປະມົງ |
ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ, ທ່າງ່ອນ, ນະຄອນຫຼວງວຽງຈັນ | ວິສະວະກໍາຊົນລະປະທານ, ວິສະວະກໍາຊັບພະຍາກອນນໍ້າ | ກະສິກໍາກົນຈັກ |
ວິທະຍາໄລກະສິກໍາ ແລະປ່າໄມ້ບໍລິຄໍາໄຊ, ເມືອງໄໝ່, ແຂວງ ບໍລິຄໍາໄຊ | ປູກຝັງ, ລ້ຽງສັດ & ການປະມົງ,ປ່າໄມ້ ແລະ ທຸລະກິດກະສິກໍາ | ສັດຕະວະແພດ |
ວິທະຍາໄລກະສິກໍາ ແລະ ປ່າໄມ້ສະຫວັນນະເຂດ, ນາແກ, ແຂວງ ສະຫວັນນະເຂດ | ປູກຝັງ, ລ້ຽງສັດ & ການປະມົງ,ປ່າໄມ້ ແລະ ທຸລະກິດກະສິກໍາ | ການປ້ອງກັນພືດ |
ວິທະຍາໄລກະສິກໍາ ແລະປ່າໄມ້ຈໍາປາສັກ, ຫຼັກ 7 ປາກເຊ, ແຂວງ ຈໍາປາສັກ | ປູກຝັງ, ລ້ຽງສັດ & ການປະມົງ,ປ່າໄມ້ ແລະ ທຸລະກິດກະສິກໍາ | ວິທະຍາສາດດິນ |