ປະຫວັດຄວາມເປັນມາຂອງ ວກປໜ
ວິທະຍາເຂດຫຼັກຂອງ ວິທະຍາໄລກະສິກໍາ ແລະປ່າໄມ້ ພາກເໜືອ ຕັ້ງຢູ່ເຂດ ປາກເຊືອງຫ່າງຈາກເທດສະບານ ແຂວງຫຼວງພະບາງ ໄປທາງທິດ ເໜືອ 20 ກມ. ວິທະຍາເຂດປາກເຊືອງມີເນື້ອທີ່ລວມ 51 ເຮັກຕ່າ ເຊິ່ງໃນເມື່ອກ່ອນເປັນສວນຂອງເຈົ້າຊີວິດ ຈົນຮອດປີ 1975.

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຮັບອະນຸມັດສ້າງຕັ້ງຢ່າງເປັນທາງການໃນ ວັນທີ 20 ເດືອນ ພະຈິກ ປີ 1989 ຈາກ ອໍານາດການປົກຄອງ ແຂວງຫຼວງພະບາງ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຊື່ງມີຊື່ວ່າ “ໂຮງຮຽນກະສິກຳ ພາກເໜືອ” ໄດ້ເປີດສອນຫຼັກສູດກະສິກຳລະດັບຊັ້ນກາງໃນ 2 ສາຂາວິຊາຄື: ສາຂາວິຊາປູກຝັງ ແລະ ສາຂາວິຊາລ້ຽງສັດ – ການປະມົງ.

ມາເຖິງປີ 1999 ໂຮງຮຽນກະສິກຳ ແລະ ປ່າໄມ້ ຊັ້ນກາງ ຫລວງພະບາງ ໄດ້ລວມເຂົ້າກັນ ກັບສູນ ຝຶກອົບຮົມດ້ານການສົ່ງເສີມກະສິກຳ ແລະ ປ່າໄມ້ ພາກເໜືອ ທີ່ເມືອງຊຽງເງິນ (ວິທະຍາເຂດຊຽງເງິນ) ແລະ ໄດ້ປ່ຽນຊື່ມາເປັນ ໂຮງຮຽນກະສິກໍາ ແລະ ປ່າໄມ້ຊັ້ນກາງ ຫລວງພະບາງ.

ຈົນຮອດປີ 2010 ວິທະຍາໄລ ໄດ້ຍົກຖານະຈາກ ໂຮງຮຽນກະສິກຳ ແລະ ປ່າໄມ້ ຊັ້ນກາງ ຫຼວງພະບາງ ມາເປັນ “ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ” ແລະ ໄດ້ເປີດສອນຫຼັກສູດຊັ້ນສູງດ້ານກະສິກໍາ ແລະ ປ່າໄມ້ ເຂດເນີນສູງ ຊຶ່ງປະກອບມີ ຫລັກສູດຊັ້ນສູງລະບົບ 3 ປີ ມີ 4 ສາຂາວິຊາຄື: ສາຂາວິຊາປູກຝັງ, ສາຂາວິຊາ ລ້ຽງສັດ ແລະການປະມົງ, ສາຂາວິຊາ ປ່າໄມ້ ແລະ ສາຂາວິຊາ ທຸລະກິດກະສິກຳ. ຫຼັກສູດຊັ້ນສູງລະບົບຕໍ່ເນື່ອງ 1.5 ປີ ມີ 3 ສາຂາວິຊາຄື: ສາຂາວິຊາປູກຝັງ, ສາຂາວິຊາລ້ຽງສັດ ແລະ ການປະມົງ ແລະ ສາຂາວິຊາປ່າໄມ້.


ບັນດາຮູບພາບຕ່າງໆ ໃນປຶ້ມຮູບຂອງວິທະຍາໄລໄດ້ ສາມາດດາວໂຫຼດ ໄດ້ທີ່ນີ້ ປຶ້ມຮູບພາບຂອງວິທະຍາໄລ