ມາຮູ້ຈັກກ່ຽວກັບ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ວິໄສທັດ ແລະ ເປົ້າໝາຍຂອງວິທະຍາໄລ
ກ່ຽວກັບ ວິທະຍາໄລ
ວິໄສທັດ
ວິໄສທັດ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເປັນສະຖາບັນດີເດັ່ນ ກ່ຽວກັບລະບົບກະສິກໍາ ແລະປ່າໄມ້ ເຂດເນີນສູງ ແບບຍືນຍົງ, ສະໜອງການສຶກສາທີ່ເນັ້ນສີມືແຮງງານ ແລະ ຕະຫລາດແຮງງານ, ໃຫ້ການຝຶກອົບຮົມ ແລະ ການບໍລິການທາງດ້ານວິຊາການ ທັງໝົດນີ້ແມ່ນເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ, ການຄໍ້າປະກັນສະບຽງອາຫານ ແລະ ການສ້າງລາຍຮັບແກ່ປະຊາຊົນຢູ່ບັນດາແຂວງພາກເໜືອ. ທ່ານສາມາດດາວໂຫຼດ ປະຫວັດຄວາມເປັນມາຂອງວິທະຍາໄລ ກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ທີ່ນີ້: ຄວາມເປັນມາຂອງວິທະຍາໄລ ທ່ານສາມາດດາວໂຫຼດ ປຶ້ມແນະນຳກ່ຽວກັບວິທະຍາໄລ ໄດ້ທີ່ນີ້: ປຶ້ມແນະນຳກ່ຽວກັບວິທະຍາໄລ ໂຄງຮ່າງການຈັດຕັ້ງ
ຫ້ອງການ ແລະ ຄະນະວິຊາ
ການບໍລິຫານ ຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ປະກອບມີ 9 ພາກສ່ວນ ຄື: ຫ້ອງການບໍລິຫານ-ຈັດຕັ້ງ ຫ້ອງການພົວພັນ ແລະ ການຮ່ວມມື ຫ້ອງການພັດທະນາວິຊາການ ຄະນະວິຊາປູກຝັງ ຄະນະວິຊາລ້ຽງສັດ ຄະນະວິຊາທຸລະກິດກະສິກຳ ຄະນະວິຊາປ່າໄມ້ ຄະນະວິຊາປະມົງ
ແຜນຍຸດທະສາດການປະຕິຮູບຂອງ ກະຊວງກະສິກໍາ ແລະ ປ່າໄມ້
ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ເນັ້ນໃສ່ການພັດທະນາຄຸນນະພາບການສຶກສາຂອງວິທະຍາໄລກະສິກໍາໃຫ້ມີຄວາມທັນສະໄໝ ເພື່ອປະສົບຜົນສໍາເລັດທາງດ້ານ ການຄໍ້າປະກັນດ້ານສະບຽງອາຫານ, ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວທັງໝົດໃຫ້ດີຂຶ້ນ. ຂັ້ນຕອນລະອຽດແມ່ນໄດ້ລະບຸໄວ້ໃນ ແຜນຍຸດທະສາດຮອດປີ 2020 ຂອງກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການປັບປຸງຄຸນນະພາບການ (ຍຸດທະສາດການປະຕິຮູບຂອງກະຊວງກະສິກຳ ແລະ ປ່າໄມ້) ເຊີ່ງອອກມາໃນເດືອນ ມັງກອນ 2008. ການປະຕິຮູບຮູບແມ່ນເນັ້ນໃສ່ 5 ວິທະຍາໄລ ກະສິກໍາ ທີ່ຂຶ້ນກັບ ກປ ເພື່ອເຮັດໃຫ້ການດໍາເດີນໜ້າທີ່ວຽກງານໃຫ້ດີຂຶ້ນ ແລະ ເພື່ອຕອບສະໜອງຄວາມຕ້ອງການດ້ານຕະຫຼາດແຮງງານ ແລະ ປະຕິບັດຕາມຈຸດປະສົງເປົ້າໝາຍຂອງນະໂຍບາຍພັກລັດ. ອົງການຮ່ວມມືເພື່ອການພັດທະນາຂອງລັດທະບານປະເທດສະວິດສແລນ (SDC) ໄດ້ໃຫ້ທຶນຮອນພັດທະນາຂະບວນການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວໂດຍສ້າງໂຄງການ SURAFCO ແຜ່ນພັບໂຄງການເຊີລາໂກ ຂຶ້ນມາ ເຊີ່ງມີຊື່ເຕັມວ່າ: “ໂຄງການສະໜັບສະໜູນການປັບປຸງວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ”. ໂຄງການນີ້ໄດ້ລິເລີ່ມ ມາຕັ້ງແຕ່ເດືອນ ກັນຍາ 2009 ແລະ ຖືກຈັດຕັ້ງປະຕິບັດໂດຍ ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ (ວກປໜ) ໂດຍການສະໜັບສະໜູນໂດຍອົງການ ຮ່ວມມືຂອງປະເທດ ສະວິດເຊີແລນ ເຮວວິຕັດສ (HELVETAS Swiss…
ວິທະຍາໄລອື່ນທີ່ຂຶ້ນກັບກະຊວງກະສິກໍາ ແລະປ່າໄມ້
4 ວິທະຍາໄລອື່ນ ທີ່ຂຶ້ນກັບ ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ (ວກປໜ) ແຂວງຫຼວງພະບາງ ແມ່ນໜື່ງໃນຫ້າວິທະຍາໄລ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້. ທັງຫ້າວິທະຍາໄລ ນໍາໃຊ້ ຫຼັກສູດຊັ້ນສູງອັນດຽວກັນ ແຕ່ວ່າ ແຕ່ລະວິທະຍາໄລມີສາຂາວິຊາສະເພາະໃໝ່ແຕກຕ່າງກັນ. ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ວິທະຍາໄລກະສິກໍາ ແລະ ປ່າໄມ້ ບໍລິຄໍາໄຊ ວິທະຍາໄລກະສິກໍາ ແລະ ປ່າໄມ້ ສະຫວັນນະເຂດ ວິທະຍາໄລກະສິກໍາ ແລະປ່າໄມ້ ຈໍາປາສັກ ວິທະຍາໄລ ສາຂາວິຊາທີ່ສອນໃນປັດຈຸບັນ ສາຂາວິຊາສະເພາະໃໝ່ ມີແຜນຂະຫຍາຍໃນສົກປີ 2016/2017 ວິທະຍາໄລກະສິກໍາ ແລະປ່າໄມ້ ພາກເໜືອ, ເຂດປາກເຊືອງ, ແຂວງ ຫຼວງພະບາງ ປູກຝັງ, ລ້ຽງສັດ & ການປະມົງ, ປ່າໄມ້ ແລະ ທຸລະກິດກະສິກໍາ ການປະມົງ ໂຮງຮຽນຊົນລະປະທານຊັ້ນສູງ…
ການຮ່ວມມື
ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ພົວພັນຮ່ວມມືກັບຫຼາຍພາກສ່ວນ ທັງສະຖາບັນການສຶກສາພາຍໃນລາວ, ເຂດພາກພື້ນ ແລະ ສາກົນ, ອົງການພັດທະນາທີ່ບໍ່ຂຶ້ນກັບລັດຖະບານ, ສະມາຄົມທີ່ບໍ່ຫວັງຜົນກໍາໄລ, ກຸ່ມໄວໜຸ່ມ ແລະ ນັກສຶກສາ, ພາກສ່ວນເອກະຊົນ, ຊາວກະສິກອນ ແລະ ສະມາຄົມເພື່ອຊາວກະສິກອນ. ສໍາລັບວິທະຍາໄລແລ້ວ, ການພົວພັນຮ່ວມມືຖືວ່າເປັນອົງປະກອບສໍາຄັນໃນການພັດທະນາຄວາມຮູ້ ແລະ ທັກສະໃຫ້ແກ່ສະຖາບັນ ກໍ່ຄືຄູອາຈານ ແລະ ເປັນການສ້າງສາຍສໍາພັນທີ່ດີກັບບັນດາກຸ່ມ ຫຼື ສະມາຄົມຊາວກະສິກອນ ພ້ອມທັງເປັນຜົນດີໃນການເຂົ້າເຖິງ ຕະຫຼາດແຮງງານ, ການລົງຝຶກງານຂອງນັກສຶກສາ ແລະ ໂອກາດໃນການຊອກຫາວຽກເຮັດງານທຳ ທີ່ຢູ່ຕິດຕໍ່ພົວພັນຄູ່ຮ່ວມງານຂອງວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລ ແມ່ໂຈ້, ຊຽງໃໝ່, ປະເທດໄທ ມະຫາວິທະຍາໄລ ກາລະສິນ, ປະເທດໄທ ສະຖາບັນວິໄຈວິທະຍາສາດ ແລະ ເຕັກໂນໂລຢີແຫ່ງປະເທດໄທ ສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ລາວ ສູນກະສິກໍາອິນຊີ ແຂວງ ຫຼວງພະບາງ ບໍລິສັດລິບວິງແລນ ຫຼວງພະບາງ, ການທ່ອງທ່ຽວດ້ານກະສິກໍາ…
ສະຖິຕິຕ່າງໆ
ສະຖິຕີ ນັກສຶກສາ ສົກຮຽນເລີ່ມຕົ້ນເຂົ້າຮຽນ ສົກຮຽນທີ່ຮຽນຈົບ ລວມ ຍິງ 2005-2006 2007-2008 172 44 2006-2007 2008-2009 125 32 2007-2008 2009-2010 101 41 2008-2009 2010-2011 83 30 2009-2010 2011-2012 67 28 2010-2011 2012-2013 58 7 2011-2012 2013-2014 91 29 2012-2013 2014-2015 155 47 ສະຖິຕີ ນັກສຶກສາ 2016-2017 – Teachers qualification statistics
ຕິດຕໍ່ພົວພັນກັບທາງວິທະຍາໄລ
ທີ່ຢູ່ທາງໄປສະນີ: ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ຕູ້ໄປສະນີ 154 ຫຼວງພະບາງ ສປປ ລາວ ໂທລະສັບ: (+856) 071 219 036 ແຟັກ: (+856) 071 219 034 ທີ່ຕັ້ງຂອງວິທະຍາຫຼັກ: ບ້ານ ວຽງສະຫວັນ, ຖະໜົນເລກທີ 13 ເໜືອ, 20 ກມ ຈາກນະຄອນຫຼວງພະບາງໄປທາງທິດເໜືອ ທີ່ຕັ້ງຂອງວິທະຍາເຂດຄະນະປ່າໄມ້: ບ້ານ ປາກຂັນ, ເມືອງຊຽງເງິນ ຖະໜົນເລກທີ 13 ເໜືອ, 25 ກມ ຈາກຕົວ ນະຄອນຫຼວງພະບາງໄປທາງທິດໃຕ້ ປຶ້ມສະມຸດໂທລະສັບ
ປະຫວັດຄວາມເປັນມາ
ປະຫວັດຄວາມເປັນມາຂອງ ວກປໜ ວິທະຍາເຂດຫຼັກຂອງ ວິທະຍາໄລກະສິກໍາ ແລະປ່າໄມ້ ພາກເໜືອ ຕັ້ງຢູ່ເຂດ ປາກເຊືອງຫ່າງຈາກເທດສະບານ ແຂວງຫຼວງພະບາງ ໄປທາງທິດ ເໜືອ 20 ກມ. ວິທະຍາເຂດປາກເຊືອງມີເນື້ອທີ່ລວມ 51 ເຮັກຕ່າ ເຊິ່ງໃນເມື່ອກ່ອນເປັນສວນຂອງເຈົ້າຊີວິດ ຈົນຮອດປີ 1975. ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຮັບອະນຸມັດສ້າງຕັ້ງຢ່າງເປັນທາງການໃນ ວັນທີ 20 ເດືອນ ພະຈິກ ປີ 1989 ຈາກ ອໍານາດການປົກຄອງ ແຂວງຫຼວງພະບາງ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຊື່ງມີຊື່ວ່າ “ໂຮງຮຽນກະສິກຳ ພາກເໜືອ” ໄດ້ເປີດສອນຫຼັກສູດກະສິກຳລະດັບຊັ້ນກາງໃນ 2 ສາຂາວິຊາຄື: ສາຂາວິຊາປູກຝັງ ແລະ ສາຂາວິຊາລ້ຽງສັດ – ການປະມົງ. ມາເຖິງປີ 1999 ໂຮງຮຽນກະສິກຳ ແລະ ປ່າໄມ້ ຊັ້ນກາງ…
ຂ່າວ
ຂ່າວ