ພິທີພົບປະແລກປ່ຽນບົດຮຽນລະຫວ່າງ ວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ ແລະ ຄະນະວິຊາປ່າໄມ້ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດຂຶ້ນໃນວັນທີ 30 ພະຈິກ 2019 ນີ້ທີ່ ຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງິນ ໂດຍເຂົ້າຮ່ວມຂອງ ທ່ານ ນິກອນ ສຸດທິວົງ ຫົວໜ້າຄະນະວິຊາປ່າໄມ້ ແລະ ທ່ານ ຈໍາປາທອງ ທໍາມະວົງ ຮອງອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ ມີພະນັກງານ ແລະ ອາຈານ ທັງສອງພາກສ່ວນເຂົ້າຮ່ວມ.
ຈຸດປະສົງຂອງການແລກປ່ຽນບົດຮຽນໃນຄັ້ງນີ້ ກໍ່ເພື່ອເປັນການແລກປ່ຽນທາງດ້ານເຕັກນິກວິຊາການ ໃນການຄຸ້ມຄອງການຮຽນການສອນ, ການພັດທະນາເນື້ອໃນການສອນ, ປັບປຸງ ແລະ ຂະຫຍາຍພັນໄມ້, ການຈັດການດ້ານຟາມສາທິດປ່າໄມ້, ການສ້າງລາຍຮັບ ແລະ ດໍາເນີນການຄົ້ນຄວ້າທົດລອງດ້ານປ່າໄມ້, ຈັດຝຶກອົບຮົມ, ການເຮັດພາກປະຕິບັດຕົວຈິງດ້ານງານຟາມ, ພື້ນຖານວັດຖຸເຕັກນິກ, ການວາງແຜນດໍາເນີນການທົດລອງ, ເກັບກໍາຂໍ້ມູນ, ວິເຄາະຂໍ້ມູນທາງສະຖິຕິ, ການສໍາຫຼວດສ້າງແຕ້ມແຜນທີ່ໃນການວາງແຜນຄຸ້ມຄອງປ່າໄມ້ ແລະ ຂຽນບົດລາຍງານຕ່າງໆ ເພື່ອຮັບໃຊ້ການຮຽນການສອນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ນອກຈາກນັ້ນຍັງໄດ້ມີການແລກປ່ຽນບົດຮຽນດ້ານວຽກງານບໍລິຫານ ໃນການຕິດຕາມເຄື່ອນໄຫວດ້ານບັນຊີການເງິນ, ການສະຫຼຸບລາຍຮັບ-ລາຍຈ່າຍງົບປະມານໃຫ້ຄົບຖ້ວນ, ສ້າງເອກະສານລາຍງານໃຫ້ຖືກຕ້ອງ ເພື່ອໃຫ້ການຄຸ້ມຄອງນໍາໃຊ້ຖືກຕ້ອງຕາມລະບຽບຫຼັກການ ແນໃສ່ເຮັດໃຫ້ລາຍຮັບ-ລາຍຈ່າຍງົບປະມານມີຄວາມໂປ່ງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ, ຍົກສູງຄວາມຮັບຜິດຊອບໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ.
#ພາບ_ຂ່າວໂດຍ: ພຸດທະຟົງ ເຮີ Afong Phouthafong (ນັກຂ່າວ ຄະນະວິຊາປ່າໄມ້)
☎️ #ໂທ: 071 219 036; 📠#ແຟກສ໌ 071 219 034
Facebook: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ
📧Email: nafc.luangprabang@gmail.com
🌎Web: www.nafclao.org