ວັນທີ 25 ຕຸລາ 2019 ນີ້ຢູ່ທີ່ຫ້ອງປະຊຸມວິທະຍາໄລກກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີ ປິດຊຸດຝຶກອົບຮົມການວິໄຈຄຸນນະພາບນໍ້າ, ການຜະລິດອາຫານຈາກວັດຖຸດິບໃນທ້ອງຖິ່ນ ແລະ ການປະສົມພັນທຽມປາດຸກ ຂຶ້ນ. ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ອຸໄທ ສຸກຂີ ຮອງອໍານວຍການວິທະຍາໄລ, ມີວິທະຍາກອນມາຈາກ ຄະນະເທັກໂນໂລຢີການປະມົງ ແລະຊັບພະຍາກອນທາງນໍ້າ ມະຫາວິທະຍາໄລ ແມ່ໂຈ້ ລາດຊະອານາຈັກໄທ ຈໍານວນ 2 ທ່ານ, ມີຄູອາຈານຈາກຄະນະວິຊາປະມົງຂອງວິທະຍາໄລເຂົ້າຮ່ວມ. ພິທີທ່ານ ອາລຸນໄຊ ປະສິດທິ ໄດ້ລາຍງານຜົນການຝຶກອົບຮົມໃນຄັ້ງນີ້ວ່າ: ການຝຶກອົບຮົມດັ່ງກ່າວແມ່ນໄດ້ເລີ່ມແຕ່ ວັນທີ 21-25 ຕຸລາ 2019, ເຊິ່ງໄດ້ຝຶກອົບຮົມໃນການວິໄຈຄຸນນະພາບນໍ້າສໍາລັບການລ້ຽງປາ ແລະ ການເກັບຕົວຢ່າງ, ການວິເຄາະນໍ້າ, ການປະເມີນແຫຼ່ງນ້ຳ ໂດຍການໃຊ້ສິ່ງທີ່ມີຊີວິດ, ການຜະລິດອາຫານຈາກທຳມະຊາດ, ການລ້ຽງໄຮແດງ, ການປະສົມພັນທຽມປາດຸກ ແລະ ການະສົມພັນອ່ຽນ, ໂອກາດດັ່ງກ່າວ ທ່ານ ປອ. ອຸໄທ ສຸກຂີ ໄດ້ມີຄໍາເຫັນໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບກັບການສໍາເລັດການຝຶກອົບຮົມໃນຄັ້ງນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍໃຫ້ເກີດຜົນປະໂຫຍດສູງສຸດ. ໃນພິທີ ຍັງໄດ້ປຶກສາຫາລືໃນການຮ່ວມມືໃນຕໍ່ໜ້າ ໂດຍການແລກປ່ຽນບຸກຄະລາກອນໃນການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ, ການແລກປ່ຽນນັກສຶກສາໃນການຝຶກງານ, ການແລກປ່ຽນຂໍ້ມູນຂ່າວສານ, ຫຼັກສູດການຮຽນ-ການສອນເຕັກນິກວິຊາການທາງດ້ານການປະມົງ ແລະ ປຶກສາຫາລືໃນການສະໜອງທຶນໃນການສ້າງເຮືອນຟາມໃຫ້ແກ່ນັກສຶກສາ. ໃນຕອນທ້າຍ ທາງວິທະຍາກອນຈາກຄະນະເທັກໂນໂລຢີການປະມົງ ແລະຊັບພະຍາກອນທາງນໍ້າ ມະຫາວິທະຍາໄລ ແມ່ໂຈ້ ລາດຊະອານາຈັກໄທ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ທຶນໃນການກໍ່ຕັ້ງກອງທຶນຂອງຄະນະວິຊາປະມົງ ຈໍານວນໜຶ່ງຕື່ມອີກ.
*******************
ພາບໂດຍ: Khajornkiat Srinuansom ແລະ ສີສະຫວາດ ພັນທຸວົງ
ຂ່າວ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື
☎️ #ໂທ: 071 219 036; 📠#ແຟກສ໌ 071 219 034
Facebook: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ
📧Email: nafc.luangprabang@gmail.com
🌎Web: www.nafclao.org