ໃນວັນທີ 9 ກັນຍາ 2019 ທີ່ຫ້ອງປະຊຸມ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີເປີດຊຸດຝຶກອົບຮົມ ເຕັກນິກການລ້ຽງ ແລະ ຜະລິດລູກກົບ ລູກປາ ໃຫ້ແກ່ໄວໜຸ່ມແຂວງຊຽງຂວາງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລ, ມີ ທ່ານ ໄຊຄໍາ ສຸກສະນິດ ຫົວໜ້າຄະນະວິຊາປະມົງ,ມີບັນຄູ-ອາຈານ ຄະນະວິຊາປະມົງ ພ້ອມດ້ວຍສໍາມະນາກອນ ທັງໝົດ 8 ທ່ານ, ຍິງ 2 ທ່ານ. ທ່ານ ທອງສະມຸດ ພູມມະສອນ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີ, ຫຼັງຈາກນັ້ນກໍໄດ້ດໍາເນີນການຝຶກອົບຮົມ, ຊຶ່ງຫົວຂໍ້ທີ່ມາຝຶກໃນຄັ້ງນີ້ກ່ຽວກັບການປະສົມພັນປາ ແລະ ປະສົມພັນກົບ, ຊຶ່ງໃນຫຼັກສູດດັ່ງກ່າວຈະໄດ້ຮຽນທັງທິດສະດີ ແລະ ພາກປະຕິບັດຕົວຈິງ, ໂດຍໃຊ້ເວລາຝຶກທັງໝົດ 28 ມື້ ຊຶ່ງເລິ່ມແຕ່ 9 ກັນຍາ ຫາ 5 ຕຸລາ 2019 ຈຶ່ງສໍາເລັດ. ໃນການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນ ຈາກໂຄງການ ບໍລິການ-ສົ່ງເສີມກະສິກໍາຮອບດ້ານ (LURAS).
**************
ພາບ: ສີສະຫວາດ ພັນທຸວົງ ແລະ ທີມງານ ຄະນະວິຊາປະມົງ
ຂ່າວ: ສີສະຫວາດ ພັນທຸວົງ
ກຸ່ມວຽກໂຄສະນາ-ປະຊາສໍາພັນ, ຫ້ອງການພົວພັນ ແລະ ການຮ່ວມມື