ໃນວັນທີ 24 ສິງຫາ 2019 ໄດ້ມີການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ທີມຄູ-ອາຈານ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ພົບກັບ ທີມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ໃນການແຂ່ງຂັນກິລາບານເຕະໃນຄັ້ງນີ້ກໍເພື່ອສ້າງຄວາມສາມັກຄີລະຫວ່າງ ວກປໜ ກັບພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ພ້ອມທັງເປັນການສ້າງມິດໄມຕີອັນດີງາມໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.
ພາບ-ຂ່າວ: ສີສະຫວາດ ພັນທຸວົງ