ວັນທີ 8 ສິງຫາ 2019, ຄະນະອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ລົງມອບເງິນ ແລະ ວັດຖຸປັດໃຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ ເມືອງນານ, ແຂວງຫຼວງພະບາງ. ຊຶ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ ຫ້ອງວ່າການປົກຄອງ ເມືອງນານ,ໃຫ້ກຽດມອບໂດຍ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ໃຫ້ກຽດຮັບໂດຍ ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນານ. ຊຶ່ງການມອບໃນຄັ້ງນີ້ປະກອບມີ ເງິນສົດຈໍານວນ 4.000.000 ກີບ ແລະ ວັດຖຸປັດໄຈ ມູນຄ່າ 500.000 ກີບ, ລວມມູນຄ່າທັງໝົດ 4.500.000 ກີບ. ຊຶ່ງການລະດົມທຶນໃນຄັ້ງນີ້ ເກີດຂຶ້ນໂດຍການຮ່ວມແຮງຮ່ວມໃຈກັນຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາພາຍໃນວິທະຍາໄລ ເພື່ອຊ່ວຍເຫຼືອ ແລະ ອົບອຸ່ນຈິດໃຈຂອງພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດໃນຄັ້ງນີ້ໃຫ້ນັບມື້ນັບດີຂຶ້ນ.
*****************
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ