ໃນຕອນບ່າຍຂອງ ວັນທີ 21 ມິຖຸນາ 2019 ນີ້ ໄດ້ມີກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ຂອງໜ່ວຍພັກຄະນະວິຊາປ່າໄມ້ (ວິທະຍາເຂດ ຊຽງເງິນ) ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງສະມຸດ ພູມມະສອນ ເລຂາຄະນະພັກຮາກຖານ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ສະຫາຍ ບຸນກ້ຽງ ສຸລິຍະສັກ ເລຂາໜ່ວຍພັກຄະນະວິຊາປ່າໄມ້, ມີສະມາຊິກພັກພາຍໃນໜ່ວຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ສະຫາຍ ບຸນກ້ຽງ ສຸລິຍະສັກ ເລຂາໜ່ວຍພັກຄະນະວິຊາປ່າໄມ້ ໄດ້ຜ່ານບົດລາຍງານການເມືອງຂອງໜ່ວຍພັກຄະນະວິຊາປ່າໄມ້ ແມ່ນໜ່ວຍພັກໜຶ່ງ ທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີພາລະບົດບາດໃນການເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນການກໍ່ສ້າງວິຊາການຊັ້ນສູງດ້ານປ່າໄມ້ ໃນຫຼັກສູດ 3 ປີ ແລະ ຍົກລະດັບຊັ້ນສູງຕໍ່ເນື່ອງ 1.5 ປີ ໃຫ້ແກ່ພະນັກງານ ແລະ ນັກສຶກສາທີ່ຈົບຈາກແຂວງພາກເໜືອ, ໜ່ວຍພັກປະກອບມີຄະນະໜ່ວຍພັກ 3 ສະຫາຍ ແລະ ໄດ້ແບ່ງອອກເປັນ 2 ຈຸຄື: ຈຸພັກພະນັກງານ ແລະ ຈຸພັກນັກສຶກສາ ປະກອບມີສະມາຊິກພັກທັງໝົດ 13 ສະຫາຍ, ຍິງ 3 ສະຫາຍ, ຊຶ່ງຄະນະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ ນຳພາບັນດາສະຫາຍສະມາຊິກພັກຢ່າງເຂັ້ມງວດໃນການປະຕິບັດມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຕ່າງໆຂອງລັດ ພ້ອມທັງຫັນເອົາແນວທາງນະໂຍບາຍຂອງພັກ ມາຜັນເປັນວຽກອັນລະອຽດ ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ທາງດ້ານວິຊາສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເປັນຕົ້ນແມ່ນໄດ້ສຳເລັດການພັດທະນາ ແລະ ນຳໃຊ້ຫຼັກສູດໃໝ່ທີ່ເນັ້ນຄວາມຊຳນານງານ ແລະ ສອດຄ່ອງກັບຄວາມຕ້ອງການຕະຫຼາດແຮງງານທັງພາກລັດ ແລະ ເອກະຊົນ, ມີວິທີການສິດສອນ ທີ່ເນັ້ນເອົານັກສຶກສາເປັນໃຈກາງ, ໂຄງລ່າງທາງດ້ານເຕັກນິກກໍໄດ້ຮັບການພັດທະນາເປັນຕົ້ນແມ່ນອາຄານຮຽນ, ຫໍພັກນັກສຶກສາ, ລະບົບຟາມປ່າໄມ້, ລະບົບນໍ້າໃຊ້, ລະບົບໄຟຟ້າ ແລະ ສື່ການຮຽນການສອນໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ໄດ້ຮັບຮອງເອົາ ສະຫາຍ ນິກອນ ສຸດທິວົງ ເປັນເລຂາ, ສະຫາຍ ເຢເຮີ ເລຍເລັຍເຊີ ເປັນຮອງເລຂາ ແລະ ສະຫາຍ ແສງທອງ ສີຟອງ ເປັນຮອງເລຂາ ພ້ອມທັງເປັນຜູ້ກວດກາໜ່ວຍພັກ.
ໃນຕອນທ້າຍພິທີ ສະຫາຍ ທອງສະມຸດ ພູມມະສອນ ເລຂາຄະນະພັກຮາກຖານ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ບັນດາສະຫາຍສະມາຊິກພັກພະນັກງານ ແລະ ນັກສຶກສາເປັນປົກກະຕິ, ເຕົ້າໂຮມຄວາມສາມັກຄີພາຍໃຫ້ເປັນປຶກແຜ່ນ ແໜ້ນໜາ, ປັບປຸງແບບແຜນວິທີນຳພາໃຫ້ເຂັ້ມງວດ ເພື່ອແນໃສ່ຄຸ້ມຄອງນຳພາ ແລະ ວິຊາສະເພາະ ເຮັດໃຫ້ການດຳເນີນງານດີຂຶ້ນກວ່າເກົ່າ.
**************
ພາບ-ຂ່າວໂດຍ: ພຸດທະຟົງ ເຮີ