ໃນຕອນເຊົ້າ ວັນທີ 13 ມິຖຸນາ 2019 ນີ້ ຢູ່ທີ່ຫ້ອງປະຊຸມຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2018 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ມອນໄຊ ລາວມົ່ວຊົ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງຫຼວງພະບາງ, ສະຫາຍ ທອງສະມຸດ ພູມມະສອນ ເລຂາຄະນະພັກຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງ ພ້ອມດ້ວຍ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ອຸໄທ ສຸກຂີ ຮອງເລຂາຄະນະພັກຮາກຖານວິທະຍາໄລ ໄດ້ຕີລາຄາປະເມີນຜົນການນຳພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019. ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ປະກອບມີ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລ ຄື ໜ່ວຍພັກຫ້ອງການ, ໜ່ວຍພັກຄະນະວິຊາລ້ຽງສັດ, ໜ່ວຍພັກຄະນະວິຊາປູກຝັງ ແລະ ໜ່ວຍພັກຄະນະວິຊາປ່າໄມ້, ຊຶ່ງມີສະມາຊິກພັກທັງໝົດ 67 ສະຫາຍ, ຍິງ 17 ສະຫາຍ, ສຳຮອງ 8 ສະຫາຍ, ຍິງ 3 ສະຫາຍ. ໃນໄລຍະ 1 ປີຜ່ານມາ ເຫັນໄດ້ວ່າ ສະມາຊິກພັກທຸກສະຫາຍ ແມ່ນມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຕໍ່ແນວທາງນະໂຍບາຍຂອງພັກ ມະຕິຄໍາສັ່ງຂອງຂັ້ນເທິງ ແລະ ລະບຽບກົດໝາຍຂອງລັດ, ມີທັດສະນະພຶດຕິກໍາທີ່ຖືກຕ້ອງ ມີຄວາມສະຫງົບອຸ່ນອ່ຽນ-ທຸ່ນທ່ຽງ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ຂອງຕົນດ້ວຍສະຕິຄວາມຮັບຜິດຊອບ, ມີສະຕິເຄົາລົບລະບຽບກົດໝາຍ. ຜ່ານການດໍາເນີນຊີວິດການເມືອງສໍາຫຼວດ, ຕີລາຄາ ຈັດປະເພດຂອງຄະນະໜ່ວຍພັກ ແລະ ສະມາຊິກພັກ ສາມາດສະຫຼຸບໄດ້ຄື ໄດ້ປະເພດແຂງ 66 ສະຫາຍ, ຍິງ 14 ສະຫາຍ ເທົ່າກັບ 97,00%, ປະເພດກາງ 2 ສະຫາຍ, ເທົ່າກັບ 3,00%. ເພື່ອເປັນການຢັ້ງຢືນຕໍ່ຜົນງານດັ່ງກ່າວ ສະຫາຍ ມອນໄຊ ລາວມົ່ວຊົ່ງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນນາມມະຍົດ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນທັງ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລຢ່າງສົມກຽດ, ພ້ອມນີ້ສະຫາຍ ຍັງໄດ້ຖືໂອກາດນີ້ໂອ້ລົມ ຊຶ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານດັ່ງກ່າວທີ່ຍາດມາໄດ້ໃນໄລຍະຜ່ານມາ ຈາກນັ້ນ ສະຫາຍກໍໄດ້ເນັ້ນໃຫ້ສະມາຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ຕໍ່ວຽກງານການເມືອງ ແລະ ວຽກງານວິຊາສະເພາະຂອງຕົນ, ໂດຍປະຕິບັດຕາມຂອບເຂດພາລະບົດບາດສິດ ແລະ ໜ້າທີ່ຂອງຕົນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
************
ພາບ-ຂ່າວ: ສີສະຫວາດ ພັນທຸວົງ