ວັນທີ 14 ມິຖຸນາ 2019 ນີ້ ພະນັກງານ, ຄູອາຈານ ແລະ ນັກສຶກສາ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ ຢູ່ທີ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ, ຊຶ່ງນໍາພາໂດຍ ທ່ານ ສົມສີ ຄໍາມະນີວົງ ຮອງອໍານວຍການວິທະຍາໄລ, ມີທ່ານ ບຸນຈັນ ເລັ່ງສະຫວັດ ຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຊຶ່ງໃນການບໍລິຈາກເລືອດໃນຄັ້ງນີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ບໍລິຈາກທັງໝົດ 17 ຄົນ, ໃນນີ້ ພະນັກງານ, ຄູອາຈານ 2 ຄົນ ແລະ ນັກສຶກສາ 15 ຄົນ.
——
ພາບ-ຂ່າວ: ສີສະຫວາດ ພັນທຸວົງ