ໃນຕອນເຊົ້າຂອງ ວັນທີ 6 ມິຖຸນາ 2019 ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ເປີດການສອບເສັງຄັດເລືອກເອົາລັດຖະກອນໃໝ່ຂຶ້ນ ທີ່ຫ້ອງປະຊຸມຂອງວິທະຍາໄລ, ໂດຍເປັນປະທານຂອງ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລ, ມີ ທ່ານ ວົງຄໍາ ສຸລິພົນ ຫົວໜ້າພະແນກຄຸ້ມຄອງພະນັກງານ ພະແນກພາຍໃນ ແຂວງຫຼວງພະບາງ, ມີຄະນະກຳມະການສອບເສັງ ພ້ອມດ້ວຍ ນັກສອບເສັງເຂົ້າຮ່ວມ. ໃນພິທີ ທ່ານ ບຸນຈັນ ເລັ່ງສະຫວັດ ຫົວໜ້າຫ້ອງການບໍລິຫານ-ຈັດຕັ້ງ ໄດ້ຂຶ້ນຜ່ານກົດລະບຽບການສອບເສັງ ເພຶ່ອເຮັດໃຫ້ຜູ້ສະໝັກສອບເສັງເຂົ້າເປັນລັດຖະກອນແຫ່ງ ສ ປປ ລາວ ເຂົ້າໃຈມີຄວາມຮັບຜິດຊອບ ແລະ ປະຕິບັດຕາມລະບຽບການສອບເສັງທີ່ກຳນົດໄວ້. ຈາກນັ້ນ ທ່ານ ທອງສະມຸດ ພູມມະສອນ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງໃຫ້ຄະນະກຳມະການ, ນັກສອບເສັງຈົ່ງພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ເພຶ່ອເຮັດໃຫ້ການສອບເສັງເຂົ້າເປັນລັດຖະກອນໃໝ່ໃນຄັ້ງນີ້ ດຳເນີນໄປຢ່າງຖືກຕ້ອງຕາມລະບຽບຫຼັກການ, ມີຄວາມຍຸຕິທຳ, ມີຄວາມໂປ່ງໃສ, ມີຄວາມສະຫົງບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ມີປະສິດທິຜົນສູງ. ໂດຍມີນັກສອບເສັງ ຈຳນວນ 10 ຄົນ, ຍິງ 3 ຄົນ, ໂດຍໄດ້ຈັດແບ່ງອອກເປັນ 2 ພາກຄື: ພາກຄວາມຮູ້ທົ່ວໄປ 5 ຂໍ້ ແລະ ພາກຄວາມຮູ້ດ້ານວິຊາການ 20 ຂໍ້, ເພຶ່ອຄັດເລືອກເອົາ 1 ຄົນ ຕາມຕົວເລກແບ່ງປັນຂອງກະຊວງກະສິກຳ ແລະ ປ່າໄມ້.
——————
ພາບໂດຍ: ມະນີຈັນ ສີບົວຄໍາ
ຂ່າວໂດຍ: ສີສະຫວາດ ພັນທຸວົງ