ໃນວັນທີ 9 ພຶດສະພາ 2019 ນີ້, ຢູ່ທີ່ຫ້ອງປະຊຸມ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີເຊັນບົດບັນທຶກການປະຕິບັດກິດຈະກຳຮ່ວມກັນ (MoA) ຂຶ້ນ, ລະຫວ່າງ ຄະນະ ວິຊາປະມົງ, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ກັບ ຄະນະເຕັກໂນໂລຊີການປະມົງ ແລະ ຊັບພະຍາກອນທາງນໍ້າ, ມະຫາວິທະຍາໄລ ແມ່ໂຈ້ (ປະເທດໄທ). ໂດຍການເຊັນຂອງ ທ່ານ ປທ. ທອງສະມຸດ ພູມມະສອນ ອຳນວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ທ່ານ ປອ. ຈົງກົນ ພົມຍະ ຄະນະບໍດີ ຄະນະເຕັກໂນໂລຊີການປະມົງ ແລະ ຊັບພະຍາກອນທາງນໍ້າ ມະຫາວິທະຍາໄລ ແມ່ໂຈ້ (ປະເທດໄທ). ເຂົ້າຮ່ວມເປັນສັກຂີພິຍານໂດຍມີ ທ່ານ ສຈ. ປອ. ເລືອງໄຊ ຈຸວັດຕະນະສໍາລານ ຄະນະບໍດີ ຄະນະຜະລິດຕະກໍາການກະເສດ, ມະຫາວິທະຍາໄລ ແມ່ໂຈ (ປະເທດໄທ), ມີຮອງອຳນວຍການວິທະຍາໄລ, ມີບັນດາຫົວໜ້າຫ້ອງການ-ຄະນະວິຊາ, ຮອງຫົວໜ້າຫ້ອງການ-ຄະນະວິຊາ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໃນການເຊັນບົດບັນທຶກການປະຕິບັດກິດຈະກຳຮ່ວມກັນ ໃນຄັ້ງນີ້ເພື່ອ ຮ່ວມມືໃນການແລກປ່ຽນການຝຶກງານຂອງນັກສຶກສາ, ການເຮັດກິດຈະກຳຮ່ວມກັນ, ແລກປ່ຽນດ້ານວິຊາການ ແລະ ອຸປະກອນການຮຽນ-ການສອນ, ການຄົ້ນຄ້ວາທົດລອງ ແລະ ໂຄສະນາສົ່ງເສີມຄູ່ຮ່ວມງານທາງເວັບໄຊ, ໜັງສືພິມ ຫຼື ສື່ສິ່ງພິມຕ່າງໆ ທີ່ເປັນປະໂຫຍດຮ່ວມກັນ. ໃນບົດບັນທຶກດັ່ງກ່າວ ມີອາຍຸການນຳໃຊ້ທັງໝົດ 5 ປີ ຊຶ່ງເລີ່ມແຕ່ 1 ພຶດສະພາ 2019 – 30 ເມສາ 2024. ຈາກນັ້ນຍັງໄດ້ລົງຢ້ຽມຢາມຟາມ ປະມົງຂອງວິທະຍາໄລຕຶ່ມອີກ.
***********************
ພາບ-ຂ່າວ ໂດຍ: ສີສະຫວາດ ພັນທຸວົງ
ກຸ່ມວຽກໂຄສະນາ ແລະ ປະຊາສໍາພັນ, ຫ້ອງການພົວພັນ ແລະ ການຮ່ວມມື