ວັນທີ 6 ມີນາ 2019 ໄດ້ມີກອງປະຊຸມແລກປ່ຽນວິຊາການ ລະຫວ່າງ ຄະນະລ້ຽງສັດ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ກັບ ພາກວິຊາລ້ຽງສັດ ແລະ ສັດນໍ້າ ຄະນະກະເສດສາດ ມະຫາວິທະຍາໄລຊຽງໃໝ່ (ປະເທດໄທ). ໂດຍ ການນໍາພາຂອງ ທ່ານ ປອ. ວັນນະພອນ ທະພິງແກ ພ້ອມດ້ວຍທີມງານ ມີພະນັກງານຄູອາຈານ ຈາກພາກວິຊາລ້ຽງສັດ ແລະ ສັດນໍ້າ ຄະນະກະເສດສາດ ມະຫາວິທະຍາໄລຊຽງໃໝ່ (ປະເທດໄທ), ໂດຍມີພະນັກງານ, ຄູອາຈານ ພ້ອມດ້ວຍ ນັກສຶກສາຈາກ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ເຂົ້າຮ່ວມ. ໃນພິທີ ທ່ານ ສົມສີ ຄໍາມະນີວົງ ຮອງອໍານວຍການວິິທະຍາໄລ ໄດ້ກ່າວຕ້ອນຮັບ ແລະ ມີຄໍາເຫັນ, ຈາກນັ້ນ ໄດ້ມີການນໍາສະເໜີສະພາບລວມຂອງທັງສອງສະຖາບັນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອແລກປ່ຽນຄວາມຮູ້ທາງດ້ານວິຊາການລ້ຽງສັດໃຫ້ມີການພັດທະນາຂຶ້ນເປັນກ້າວໆ.
**************
ພາບ-ຂ່າວ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື