ວັນທີ 5 ມີນາ 2019 ນີ້ ຢູ່ທີ່ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ວິທະຍາໄລ ແລະ ສູນທີ່ຂຶ້ນກັບບັນດາກົມອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ໂດຍມີ ຕາງໜ້າຈາກກະຊວງກະສິກຳ-ປ່າໄມ້ ແລະ ຕາງໜ້າຈາກກະຊວງພາຍໃນ, ໂດ້ຍມີ ພະນັກງານ-ລັດຖະກອນ ຈາກ ວິທະຍາໄລກະສິກຳ – ປ່າໄມ້ ພາກເໜືອ ແລະ ພະນັກງານຈາກສູນຄົ້ນຄ້ວາກະສິກຳ ເຂດເນີນສູງ(ຫ້ວຍໂຄດ) ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ຕາງໜ້າຈາກ ກະຊວງພາຍໃນ ໄດ້ມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງການມອບບັດ ໃຫ້ພະນັກງານ-ລັດຖະກອນເພາະສະແດງໃຫ້ເຫັນເຖິງການຢັ້ງຢືນ ແລະ ກວດກາ ບັນຊີຈໍານວນພົນພະນັກງານ-ລັດຖະກອນ ຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ. ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກຈ່າຍເງິນ ເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ. ທັງນີ້, ບັດພະນັກງານ – ລັດຖະກອນ ຈະເປັນທັງບັດເອທີເອັມ ( ATM ), ບັດປະກັນສັງຄົມ ແລະ ປະຫວັດຂໍ້ມູນລັດຖະກອນຂອງຜູ້ຖືບັດລວມຢູ່ໃນບັດດຽວ.
********************
ພາບ-ຂ່າວ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າມ້ ພາກເໜືອ