ໃນວັນທີ 12 ກຸມພາ 2019 ນີ້ ຢູ່ທີ່ຫ້ອງປະຊຸມວິທະຍາໄລ ໄດ້ມີກອງປະຊຸມ ວຽກງານປະກັນຄຸນນະພາບພາຍໃນໂດຍເປັນປະທານຂອງທ່ານ ສົມສີ ຄຳມະນີວົງ ຮອງອຳນວຍການວິທະຍາໄລ, ມີ ທ່ານ ທອງດີ ເນົາວັນເພັງ ຮອງອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ, ມີບັນດາພະນັກງານ-ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ, ໃນພິທີ ທ່ານ ສົມສີ ຄໍາມະນີວົງ ໄດ້ມີຄໍາເຫັນ ແລະ ເປີດກອງປະຊຸມ ຈາກນັ້ນກໍໄດ້ດໍາເນີນຕາມວາລະຂອງກອງປະຊຸມ, ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາ 3 ວັນຈຶ່ງສໍາເລັດ.
—————————-
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ