ວັນທີ 23 ມັງກອນ 2019 ທີ່ ຫ້ອງປະຊຸມ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດກອງປະຊຸມຜ່ານຮ່າງມາດຕະຖານ ລໍາລັບການລ້ຽງສັດປີກທີ່ດີ ແລະ ການຂ້າຄົວສັດປີກທີ່ເນັ້ນຄວາມປອດໄພຂຶ້ນ, ໂດຍເປັນປະທານຮ່ວມຂອງ ທ່ານ ປອ. ສີທອງ ພິພັກຂະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ປອ. ຈິນຕະນາ ຈັນທະວີສຸກ ຕາງໜ້າໂຄງການ ອົງການອາຫານ ແລະ ການກະສິກໍາ (FAO) ແລະ ທ່ານ ປທ. ທອງສະມຸດ ພູມມະສອນ ອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີຕາງໜ້າພະແນກ ສາທາລະນະສຸກ ແຂວງຫຼວງພະບາງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ຕາງໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກອູ, ນະຄອນ ຫຼວງພະບາງ, ຕາງໜ້າຈາກກົມລ້ຽງສັດ (ປະເທດໄທ) ພ້ອມທັງ 3 ບ້ານເປົ້າໝາຍຂອງໂຄງການ, ພະນັກງານຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ດັ່ງກ່າວ ທ່ານ ປອ. ສີທອງ ພິພັກຂະວົງ ໄດ້ຍ້ອງຍໍຊົມເຊີຍ ທີ່ທາງວິທະຍາໄລ ໄດ້ມີຄວາມພະຍາຍາມໃນການຮ່າງມາດຖານຂອງໂຄງການດັ່ງກ່າວ ທ່ານເນັ້ນໃຫ້ຄວາມສໍາຄັນຕໍ່ໂຄງການດັ່ງກ່າວ ເພາະວ່າອົງການ ອາຫານ ແລະ ການກະສິກຳ ຖືວ່າເປັນອົງການທີ່ເປັນແບບຢ່າງໃນການລ້ຽງສັດໃນ ສປປ ລາວ. ຊຶ່ງໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ສ້າງຄວາເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ໃຫ້ມີຄວາມສາມາດໃນການຈັດການທີ່ດີຕໍ່ການບໍລິຫານຄວາມສ່ຽງໃນການຜະລິດສັດປີກ ແລະ ຕ໋ອງໂສຕະຫຼາດຂອງສັດປີກທີ່ເນັ້ນ 3 ບ້ານເປົ້າໝາຍ ຂອງແຂວງຫຼວງພະບາງ ຄື: ບ້ານ ວຽງສະຫວັນ ນະຄອນ ຫຼວງພະບາງ, ບ້ານ ຊ່າງໄຫ ແລະ ບ້ານຫາດຂາມ ເມືອງປາກອູ ແຂວງຫຼວງພະບາງ, ຈະເນັ້ນໃສ່ມາດຕະຖານການຈັດຕັ້ງການປະຕິບັດທີ່ດີໃນການລ້ຽງ ແລະ ການຈັດການສຸຂະພາບຝູງສັດປີກ. ຄຽງຄູ່ກັນນັ້ນ, ຟາມສັດປີກ ຂອງວິທະຍາໄລ ກໍຈະໄດ້ຮັບການປັບປຸງໃຫ້ດີຂື້ນ ເພື່ອເປັນຟາມຕົວແບບ, ເປັນບ່ອນຮຽນຮູ້ເຕັກນິກຕ່າງໆ ໃນການຜະລິດສັດປີກ ທີ່ມີຄຸນນະພາບ ໂດຍມີເປົ້າໝາຍນັບແຕ່ການຜະລິດແນວພັນໄກ່ພື້ນເມືອງຊື່ງເອີ້ນວ່າ “ໄກ່ພື້ນເມືອງຫຼວງພະບາງ ຫຼື ໄກ່ລາດຫຼວງພະບາງ”, ການສົ່ງເສີມການລ້ຽງ, ການສ້າງແຜນທຸລະກິດດ້ານການຕະຫຼາດສັດປີກ.
=============
ພາບຂ່າວ- ສີສະຫວາດ ພັນທຸວົງ,
ຫ້ອງການພົວພັນ ແລະ ການຮ່ວມມື