ໃນວັນທີ 22 ມັັງກອນ 2019 ທີ່ຫ້ອງປະຊຸມ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ມີກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ກິດຈະກຳ ຂອງໂຄງການປັບປຸງ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ພາກເໜືອ (SURAFCO) ປະຈໍາປີ 2019.
ໂດຍການເປັນປະທານຂອງ ທ່ານ ເພັດສະໝອນ ຖານະສັກ ຮອງກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້. ມີຄະນະອຳນວຍການ, ທີມງານໂຄງການ SURAFCO, ມີຫົວໜ້າ ແລະ ຮອງຫົວໜ້າ ຫ້ອງການ, ຫົວໜ້າ ແລະ ຮອງຫົວໜ້າ ຄະນະວິຊາ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຜູ້ທີຮັບຜິດຊອບກິດຈະກຳຕ່າງໆພາຍໃນວິທະຍາໄລເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ເພັດສະໝອນ ຖານະສັກ ໄດ້ມີຄໍາເຫັນ ພ້ອມທັງກ່າວເປີດພິທີ, ຫຼັງຈາກນັ້ນກໍໄດ້ມີການນໍາສະເໜີ ວຽກທີ່ຍັງຄົງຄ້າງ, ບັນຫາ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ສະເໜີ ແລະ ຜ່ານແຜນຂອງໂຄງການ SURAFCO ປະຈໍາປີ 2019 ພ້ອມທັງສົນທະນາຖາມ-ຕອບ ຢ່າງກົງໄປກົງມາ. ກອງປະຊຸມດັ່ງກ່າວດໍາເນີນເປັນເວລາ 1 ວັນຈຶ່ງສໍາເລັດ.
******************
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື