ວັນທີ 10 ມັງກອນ 2019 ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີສະເຫຼີມສະຫຼອງບຸນປົດປີຂອງເຜົ່າກຶມມຸ ແລະ ບຸນກິນຈຽງ ຂອງເຜົ່າມົ້ງ ຂຶ້ນ ຢູ່ທີ່ສະໂມສອນຂອງວິທະຍາໄລ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປທ. ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລ, ມີຮອງອຳນວຍການ, ອາດິດອຳນວນການ, ຕາງໜ້າໂຄງການ ເຊີຣາບໂກ, ນາຍບ້ານອ້ອມຂ້າງວິທະຍາໄລ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາບັນດາເຜົ່າ ພາຍໃນວິທະຍາໄລເຂົ້າຮ່ວມ. ໃນພິທີດັ່ງກ່າວ ໄດ້ມີການເລົ່າປະຫວັດຄວາມເປັນມາຂອງທັງສອງເຜົ່າ, ຊຶ່ງຕາງໜ້າໃຫ້ແກ່ເຜົ່າມົ້ງແມ່ນ ທ່ານ ເຢເຮີ ເລຍເລັຍເຊີ ແລະ ຕາງໜ້າເຜົ່າກຶມມຸ ໂດຍແມ່ນ ທ່ານ ນາງ ເຂັມເພັດ ມະນີຈິດ ຊຶ່ງທັງສອງເຜົ່ານັ້ນໄດ້ຍົກໃຫ້ເຫັນ ເຖິງຄວາມກະຕັນຍູຮູ້ ບຸນຄຸນຕໍ່ ບັນພະບຸລຸດທີ່ລ່ວງລັບ ຂອງວົງສາຄະນະຍາດຕົນ ຊຶ່ງເຈົ້າກົກເຈົ້າເລົ່າໄດ້ນຳພາຈັດງານບຸນດັ່ງທີ່ຍິ່ງໃຫຍ່ນີ້ຂຶ້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງວັດທະນະທຳ, ຮິດຄອງປະເພນີ ອັນດີງາມຂອງຊົນເຜົ່າໃນລາວ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ປທ. ທອງສະມຸດ ພູມມະສອນ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວ ທ່ານໄດ້ຍ້ອງຍໍຊົມເຊີຍທັງສອງເຜົ່າກໍຄື ເຜົ່າມົ້ງ ແລະ ເຜົ່າກຶມມຸ ທີ່ໄດ້ມີຄວາມສາມັກຄີໃນການຈັດງານບຸນດັ່ງກ່າວຂຶ້ນ ທ່ານໄດ້ຮຽກຮ້ອງໃຫ້ ບັນດາເຜົ່າຈົ່ງພ້ອມກັນເຊີດຊູມູນເຊື້ອອັນດີງາມ ຂອງຊາດກໍຄືຂອງແຕ່ລະເຜົ່າ, ເຊີດຊູເອກະລັກຂອງເຜົ່າ, ເສີມຂະຫຍາຍ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມ, ເພີ່ມທະວີຄວາມສາມັກຄີປອງດອງ ແລະ ພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ ເວົ້າລວມ, ເວົ້າສະເພາະກໍຄືພັດທະນາວິທະຍາໄລໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຫຼັງຈາກນັ້ນທັງສອງເຜົ່າກໍໄດ້ທໍາພິທີທາງສາສະໜາ, ການສູ່ຂວັນ, ພາຍໃນງານຍັງມີ ການສະແດງສິລະປະວັນນະຄະດີ ເປັນຕົ້ນແມ່ນການຟ້ອນ, ທີເປັນເອກະລັກຂອງໃຜລາວ, ນອກນັ້ນຍັງມີ ການຍິງໜ້າເກັກຂອງເຜົ່າມົ້ງ ແລະ ການສະແດງມວຍລາຍລາວ ຂອງເຜົ່າກຶມມຸອີກດ້ວຍ. ໃນງານດັ່ງກ່າວດໍາເນີນໄປຢ່າງມ່ວນຊື່ນ.
ຮູບພາບບັນຍາກາດເພີ່ມເຕີມ
———————————————
ພາບ-ຂ່າວ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື