ວັນທີ 4 ມັງກອນ 2019 ນີ້ ຢູ່ທີ່ຫ້ອງປະຊຸມຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຕ້ອນຮັບ ການມາແລກປ່ຽນບົດຮຽນ ວຽກງານການຂຽນຂ່າວ ແລະ ການຈັດລາຍການໂທລະໂຄ່ງ ຈາກ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄໍາໄຊ. ໂດຍການເຂົ້າຮ່ວມຂອງ ທ່ານ ທອງສະມຸດ ພູມມະສອນ ອຳນວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືຶອ ແລະ ທ່ານ ສົມສະຫວາດ ສົມຄໍານິລັນດອນ ອຳນວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄໍາໄຊ, ມີ ພະນັກງານ, ຄູ-ອາຈານ ຈາກຫ້ອງການພົວພັນ ແລະ ການຮ່ວມມື ພ້ອມດ້ວຍນັກສຶກສາອາສາສະໝັກຈັດລາຍການໂທລະໂຄ່ງ ທັງ 2 ວິທະຍາໄລເຂົ້າຮ່ວມ. ໃນພິທີ ທ່ານ ທອງສະມຸດ ພູມມະສອນ ໄດ້ກ່າວຕ້ອນຮັບ ແລະ ມີຄໍາເຫັນວ່າ ທີມງານໂທລະໂຄ່ງ ເປັນທີມງານໜຶ່ງ ທີ່ຂຶ້ນກັບຫ້ອງການພົວພັນ ແລະ ການຮ່ວມມື ເຮັດໜ້າທີ່ເປັນກະບອກສຽງ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຢູ່ພາຍໃນວິທະຍາໄລ ຕະຫຼອດຮອດການເຜີຍແຜ່ຂໍ້ມູນຂ່າວສານສູ່ພາຍນອກອີກດ້ວຍ. ທ່ານເນັ້ນໃຫ້ທັງສອງວິທະຍາໄລແລກປ່ຽນໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃຫ້ລາຍການມີສີສັນ, ມີເນື້ອໃນທີ່ດີ ສາມາດດຶງດູດຄວາມສົນໃຈ ຂອງຜູ້ຟັງຫຼາຍຂຶ້ນກ່ວາເກົ່າ. ໃນການແລກປ່ຽນໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ກ່ຽວກັບຈັນຍາບັນຂອງນັກຂ່າວ, ພື້ນຖານການຂຽນຂ່າວ, ອົງປະກອບຂອງຂ່າວ, ຄວາມສໍາຄັນຂອງຂ່າວ, ການຂຽນສະກິບລາຍການ, ການຈັດລາຍການ ແລະ ສະປອດລາຍການ. ນອກນັ້ນ ນັກສຶກສາອາສາສະໝັກຈັດລາຍການໂທລະໂຄ່ງທັງ 2 ວິທະຍາໄລກໍໄດ້ຮ່ວມກັນຂຽນຂ່າວ, ຂຽນສະກິບລາຍການ ແລະ ພ້ອມທັງອອກລາຍການຮ່ວມກັນໃນລະບົບໂທລະໂຄ່ງຂອງວິທະຍາໄລອີກດ້ວຍ.
—————————-
ພາບໂດຍ: ທ້າວ ສົມຈີນ ສິດທິເດດ, ທ້າວ ອານຸພາບ ແສງເພັດ
ຂ່າວໂດຍ: ນາງ ສວນ ໄຊປະເສີດ, ທ້າວ ຟົ່ງ ເຊັ່ງ
ນັກສຶກສາ ອາສາສະໝັກຈັດລາຍການໂທລະໂຄ່ງ, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ
