ໃນວັນທີ 17 ທັນວາ 2018 ຢູ່ທີ່ຫ້ອງປະຊຸມ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີກອງປະຊຸມ ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ການຈັດຕະຫຼາດນັດແຮງງານ ຂອງ 5 ສະຖາບັນການສຶກສາທີ່ຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້. ໂດຍການເປັນປະທານຂອງ ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້. ມີທ່ານ ພຸດທະວົງ ພູມມະສັກ ຫົວໜ້າພະແນກຂ່າວສານຕະຫຼາດນັດແຮງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີ ທີມງານໂຄງການ ເຊີຣາບໂກ (SURAFCO), ມີອໍານວຍການ, ຕາງຫ້ອງການກິດຈະການນັກສຶກສາ, ຫ້ອງການພົວພັນ ແລະ ການຮ່ວມມື ທັງ 5 ສະຖາບັນການສຶກສາ ຄື: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄໍາໄຊ, ວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ, ວິທະຍາໄລກະສິກຳ ແລະ ປ່າໄມ້ ຈໍາປາສັກ ແລະ ໂຮງຮຽນ ຊົນລະປະທານຊັ້ນສູງ ທ່າງ່ອນ ເຂົ້າຮ່ວມ.
ໃນພິທີທ່ານ ເພັດສະໝອນ ຖານະສັກ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ, ຫຼັງຈາກນັ້ນ ແຕ່ລະສະຖາບັນກໍໄດ້ຂຶ້ນນໍາສະເໜີ ການຈັດຕັ້ງປະຕິບັດກິດຈະກຳການຈັດຕະຫຼາດນັດແຮງງານໃນປີ 2018 ຂອງແຕ່ວິທະຍາໄລ ແລະ ຈັດເປັນກຸ່ມສົນທະນາເພື່ອຊອກຫາວິທີການແກ້ໄຂຂໍ້ຄົງຄ້າງໃນການຈັດງານຕະຫຼາດນັດແຮງງານຂອງແຕ່ລະສະຖາບັນ. ໃນຕອນທ້າຍກໍໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນການປະຕິບັດວຽກງານການຈັດຫາງານຂອງ ໂດຍທ່ານ ພຸດທະວົງ ພູມມະສັກ ຫົວໜ້າພະແນກຂ່າວສານຕະຫຼາດນັດແຮງານ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອນຳເອົາບົດຮຽນນັ້ນໄປໝູນໃຊ້ເຂົ້າໃນວິທະຍາໄລຂອງຕົນໃນການຈັດຕະຫຼາດນັດແຮງງານຂອງແຕ່ລະສະຖາບັນການສຶກສາ ທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້ ນັ້ນໃຫ້ມີປະສິດທິພາບຂຶ້ນກ່ວາເກົ່າ.
ແລະ ໃນຕອນແລງຂອງມື້ດຽວກັນນັ້ນຍັງໄດ້ມີການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງທີມນັກກິລາບານເຕະພະນັກງານຄູ-ອາຈານ ຊາຍ ກັບ ພະນັກງານທີ່ມາຈາກ 4 ສະຖາບັນ ແລະ ກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງກະສິກຳ ແລະ ປ່າໄມ້. ໃນການແຂ່ງຂັນກິລາບານເຕະຄັ້ງນີ້ກໍເພື່ອສ້າງຄວາມສາມັກຄີ ມິດໄມຕີຈິດທັງ 5 ສະຖາບັນການສຶກສາທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ທັງເປັນການຮັກສາສຸຂະພາບອີກດ້ວຍ.
——————————————————————————-
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະປ່າໄມ້ພາກເໜືອ