ໃນວັນທີ 30 ພະຈິກ 2018 ສະມາຊິກຊາວໜຸ່ມ ນັກສຶກສາວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ເຂົ້າຮ່ວມການບໍລິຈາກເລືອດເພື່ອສັງຄົມ ໃນພິທີ ປາຖະກະຖາ ວັນຊາດທີ 2 ທັນ ວາ ຄົບຮອບ 43 ປີ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 63 ປີ ຢູ່ທີ່ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ, ການບໍລິຈາກເລືອດໃນຄັ້ງນີ້ແມ່ນດ້ວຍຄວາມສະໝັກໃຈຂອງນັກສຶກສາເອງ ທີ່ຢາກຈະຊ່ວຍສັງຄົມ ແລະ ມວນມະນຸດດ້ວຍກັນ. ໃນການບໍລິຈາກເລຶອດໃນຄັງນີ້ ສະມາຊິກຊາວໜຸ່ມ ນັກສຶກສາ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ບໍລິຈາກໄດ້ 42 ຖົງ
———
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື