ໃນຄໍ່າຄືນ ວັນທີ 4 ຕຸລາ 2018 ນີ້ ຢູ່ທີ່ສະໂມສອນ ຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີ ການ ແຂ່ງຂັນສິລະປະ-ວັນນະຄະດີ ຂຶ້ນ. ໂດຍມີ ພະນັກງານ, ຄູອາຈານ ພ້ອມດ້ວຍນັກສຶກສາທັງໝົດພາຍໃນວິທະຍາໄລເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງ ໃນຄັ້ງນີ້ກໍເພື່ອ ເປັນການຕ້ອນຮັບວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 24 ປີ ປະຈໍາປີ 2018. ໃນພິທີດັ່ງກ່າວ ທ່ານ ອາຈານ ໜໍ່ຄໍາ ວິລະວົງສາ ຫົວໜ້າຫ້ອງການພັດທະນາວິຊາການ ໄດ້ຂຶ້ນກ່າວເປີດການແຂ່ງຂັນສິລະປະ-ວັນນະຄະດີຢ່າງເປັນທາງການ. ການປະກວດແຂ່ງຂັນສິລະປະ-ວັນນະຄະດີ ໃນຄັ້ງນີ້ ຊຶ່ງໄດ້ແຂ່ງຂັນ 2 ປະເພດຄື: ປະເພດຮ້ອງເພງ ແລະ ປະເພດບົດຟ້ອນ. ຊຶ່ງມີ ຄະນະກໍາມະການ 6 ທ່ານ. ການແຂ່ງຂັນ ມີທັງໝົດ 14 ລາຍການ, ໃນນີ້ ປະເພດບົດຟ້ອນລວມໝູ່ 6 ລາຍການ ແລະ ປະເພດຮ້ອງເພງ 8 ລາຍການ. ການແຂ່ງຂັນດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ ທ່າມກາງກອງຊົມ-ກອງເຊຍຂອງແຕ່ລະທີມ. ຜົນຂອງການແຂ່ງຂັນປະກົດວ່າ ທີມຊະນະເລີດປະເພດບົດຟ້ອນໄດ້ແກ່ ຫ້ອງປີ 3 ລ້ຽງສັດ ກໍ (ບົດຟ້ອນ ຊົມເຊີຍຄູ), ອັນດັບທີ 2 ໄດ້ແກ່ ຫ້ອງປີ 2 ຂໍ (ບົດຟ້ອນ ນັກຮົບແດນອິດສະຫຼະ), ອັນດັບທີ 3 ໄດ້ແກ່ຫ້ອງປີ 3 ລ້ຽງສັດ ຂໍ (ບົດຟ້ອນ ຄໍາວ່າຄູ) ແລະ ປະເພດບົດເພງ ລາງວັນຊະນະເລີດ ໄດ້ແກ່ ທ້າວ ເງິນ ແສງຈັນສຸກ ຕົວແທນຈາກຫ້ອງປີ 3 ປູກຝັງ ໃນບົດເພງ “ບຸນຄຸນຄູ” ແລະ ຮອງຊະນະເລີດໄດ້ແກ່ ທ້າວ ຄໍາພູ ວົງອິນແປງ ຕົວແທນຈາກຫ້ອງ ປີ 3 ລ້ຽງສັດ ກໍ ໃນບົດເພງ “ຊີວິດຫໍພັກ”. ຫຼັງຈາກນັ້ນກໍໄດ້ມອບລາງວັນໃຫ້ແກ່ທີມທີ່ໄດ້ຊະນະໃນຄັ້ງນີ້ຢ່າງສົມກຽດ. ໃນການແຂ່ງຂັນສິລະປະ-ວັນນະຄະດີໃນຄັ້ງນີ້ ນອກຈາກຈະເປັນການສ້າງຂະບວນການ ຕ້ອນຮັບວັນຄູແລ້ວ ແຕ່ຍັງເປັນການເບີກບານມ່ວນຊື່ນ, ສ້າງຄວາມສາມັກຄີ ໃນການສະແດງບົດຟ້ອນ ທີ່ງາມອ່ອນຊ້ອຍ ພ້ອມທັງເປັນການຮັກສາຮີດຄອງປະເພນີອັນດີງາມ ຂອງຊາດລາວໃຫ້ຢູ່ຄູ່ກັບຊາວລາວເຮົາຕະຫຼອດໄປ.
—————————————-
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ, ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ