ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2018 ນີ້ ທີ່ຫ້ອງປະຊຸມ ຂອງໂຮງຮຽນ ຊົນລະປະທານ ຊັ້ນສູງ ທ່າງ່ອນ ໄດ້ມີກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານສະພາທີ່ປຶກສາ ແລະ ການພັດທະນາຄູ່ຮ່ວມງານຂອງ 4 ວິທະຍາໄລ ແລະ ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໂດຍການເປັນທານຂອງ ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ ແລະ ຄູອາຈານທີ່ກ່ຽວຂ້ອງຈາກ 4 ສະຖາບັນການສຶກສາ ທີ່ ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ຄື: ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ, ສະຫວັນນະເຂດ, ບໍລິຄຳໄຊ ແລະ ໂຮງຮຽນ ຊົນລະປະທານ ຊັ້ນສູງທ່າງ່ອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ເພັດສະໝອນ ຖານະສັກ ໄດ້ກ່າວເປີດພິທີ, ຈາກນັ້ນ ທ່ານ ທອງສະມຸດ ພູມມະສອນ ໄດ້ຜ່ານລາຍງານຂະບວນການສ້າງຕັ້ງສະພາທີ່ປຶກສາ ຕໍ່ມາ ທ່ານ ບຸນຈັນ ເລັ່ງສະຫວັດ ໄດ້ລາຍງານຜົນສຳເລັດ ຂອງການຈັດຕັ້ງກອງປະຊຸມສະພາທີ່ປຶກສາ ຄັ້ງທີ່ 1-3 ຂອງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ (ວກປໜ) ແລະ ແລກປ່ຽນບົດຮຽນກ່ຽວກັບຂະບວນການ ສ້າງຕັ້ງສະພາທີ່ປຶກສາ, ບົດຮຽນທີ່ຖອດຖອນໄດ້ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທີ່ພົບເຫັນ, ວິທີການແກ້ບັນຫາ ແລະ ແຜນງານໃນຕໍ່ໜ້າ. ໃນກອງປະຊຸມດັ່ງກ່າວໄດ້ແບ່ງກຸ່ມການຄົ້ນຄວ້າ, ແລກປ່ຽນຄຳຄິດເຫັນບົດຮຽນຂອງວິທະຍາໄລ ແລະ ໂຮງຮຽນ ທີ່ກ່ຽວຂ້ອງຂອງຕົນກ່ຽວກັບ ການກຳນົດຂັ້ນຕອນ ແລະ ວິທີການ ຂອງການສ້າງຕັ້ງສະພາທີ່ປຶກສາ ຂອງແຕ່ລະສະຖາບັນໃຫ້ມີປະສິດທິພາບສູງຂຶ້ນ.
ໃນພິທີດຽວກັນກໍໄດ້ມີການຖອດຖອນບົດຮຽນ ວຽກງານພັດທະນາຄູ່ຮ່ວມງານຂອງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ, ໃນກອງປະຊຸມໄດ້ນຳສະເໜີ ບົດລາຍງານ ກອງປະຊຸມປະເມີນຄູ່ຮ່ວມງານພາຍໃນ ວກປໜ ທີ່ໄດ້ປະຕິບັດໃນທີ່ຜ່ານມາ ແລ້ວສະມະຊິກກອງປະຊຸມໄດ້ປະກອບຄຳຄິດເຫັນຕໍ່ບົດລາຍງານດັ່ງກ່າວ. ຫຼັງຈາກນັ້ນ ທາງສະຖາບັນທັງ 4 ສະຖາບັນ ນຳສະເໜີ ຄູ່ຮ່ວມງານ ແລະ ປະເມີນຜົນຂອງຄູ່ຮ່ວມງານ ຂອງຕົນ ປັບປຸງໃຫ້ມີປະສິດທິພາບສູງຂຶ້ນ. ໃນກອງປະຊຸມດັ່ງກ່າວ ມີຜູ້ເຂົ້້າຮ່ວມທັງໝົດ 34 ຄົນ, ຍິງ 8 ຄົນ ແລະ ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 3 ວັນຈຶ່ງສຳເລັດ.
ຂຽນຂ່າວໂດຍ: ທິມງານຫ້ອງກນພົວພັນ ແລະ ການຮ່ວມມື