ວັນທີ 5 ມິິຖຸນາ 2018 ນີ້ທີ່ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ 46 ປີ ໂດຍການເປັນທານ ຂອງ ທ່ານ ປອ ອຸໄທ ສຸກຂີ ຮອງອຳນວຍການ ພ້ອມດ້ວຍແຂກທີ່ຖຶກເຊີນຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະນັກງານ, ຄູອາຈານ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງ ຂອງການຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກດັ່ງກ່າວແມ່ນ ເພື່ອປູກຈິດສຳນຶກໃຫ້ແກ່ພະນັກງານ, ຄູອາຈານ, ນັກຮຽນນັກສຶກສາ, ປະຊາຊົນ ແລະ ເຍົາວະຊົນໃຫ້ເຫັນຄຸນຄ້າຂອງສິງແວດລ້ອມ, ຮ່ວມມືກັນດູແລ ແລະ ຮັກສາສິງແວດລ້ອມດ້ວຍການຈັດກິດຈະກຳຕ່າງໆ
ພາຍໃນງານດັ່ງກ່າວເຕັມໄປດ້ວຍບັນຍາກາດອັນມ່ວນຊື່ນ, ການສະແດງສິນລະປະຂອງນ້ອງນັກສຶກສາ ແລະ ກິດຈະກຳຕ່າງໆ ທີ່ກ່ຽວກັບການຮັກສາ, ອານຸລັກສິງແວດລ້ອມ, ຜະລິດຕະພັນຈາກສິງເສດເຫຼື້ອມາເປັນເຄື່ອງປະດັບ ແລະ ເຄື່ອງໃຊ້ອຶ່ນໆໄດ້ນຳມາສະແດງ ແລະ ປະກວດລາງວັນໃນງານດັ່ງກ່າວ.
ຂຽນຂ່າວ: ພົມພອນ ໜໍ່ບຸນຕາ, ຫ້ອງພົວພັນ ແລະ ການຮ່ວມມື