ໃນວັນທີ 1 ມິຖຸນາ 2018 ນີ້ ທີ່ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີ ປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈຳປີ 2018 ຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ປທ. ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ, ມີທ່ານ ນາງ ໂຊກະ ຊ່ຽວຊານຈາກໂຄງການຈັດສັນພູມິທັດ ແຫ່ງປະເທດຍີ່ປູ່ນ, ມີຄະນະອຳນວຍການ, ຫົວໜ້າຫ້ອງການ, ຄະນະວິຊາ, ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ນັກສຶກສາພາຍໃນວິທະຍາໄລເຂົ້າຮ່ວມ. ຈຸດປະສົງ ກໍເພື່ອເປັນການ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ທັງເປັນການ ປູກຈິດສຳນຶກ ໃນການປູກຕົ້ນໄມ້ ໃຫ້ແກ່ ພະນັກງານຄູອາຈານ ແລະ ນັກສຶກສາ.
ໃນພິທີ ທ່ານ ປທ. ທອງສະມຸດ ພູມມະສອນ ໄດ້ກ່າວຄຳເຫັນ ແລະ ກ່າວເປີດພິທີວ່າ: ວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງເພື່ອເປັນການປູກຈິດສຳນຶກໃຫ້ພວກເຮົາທຸກຮຸ່ນຄົນ ໄດ້ທົບທວນຄືນເຖິງໃນການເອົາໃຈໃສ່ດູແລເບິ່ງແຍງ ແລະ ສຶກສາອົບຮົມຜູ້ເປັນລູກຫຼານ ເພາະວ່າເດັກນ້ອຍກໍບໍ່ຕາງຫຍັງກັບເບ້ຍໄມ້ນ້ອຍໆທີ່ພ້ອມແລ້ວຈະເລີນເຕີບໂຕ ສ້າງຄວາມມັງຄັ່ງເຂັ້ມແຂງ, ມີຄຸນສົມບັດ, ສາມັກຄີຊ່ວຍເຫຼືອເຊິງກັນ ແລະ ກັນ. ໃນປັດຈຸບັນໂລກກຳລັງປະເຊີນໜ້າກັບໄພໂລກຮ້ອນ ອັນເນື່ອງມາຈາກ ການພັດທະນາອຸດສາຫະກຳຂະໜາດໃຫຍ່ທີ່ແຜ່ຫຼາຍໃນທົ່ວໂລກ. ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ຍຸດທະສາດຂອງ ກະຊວງກະສິກຳ ແລະ ປ່າໄມ້ ໃນການເພິ່ມພື້ນທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70 ສ່ວນຮ້ອຍ ໃນປີ 2020 ເວົ້າລວມ ເວົ້າສະເພາະກໍເພື່ອເປັນການເສີມສ້າງວິທະຍາໄລແຫ່ງນີ້ ໃຫ້ມີໂສມໜ້າອັນໃໝ່ ກາຍເປັນສະຖາບັນການສຶກສາ ທີ່ໜ້າຢູ່ ໜ້າຮັກ ແລະ ໜ້າຮຽນ ທີ່ມີພື້ນທີ່ສີຂຽວປະສົມປະສານໄປດ້ວຍດອກໄມ້ນາໆຊະນິດ.
ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີ ທັງໝົດ 1,138 ຕົ້ນໃນນີ້ມີ ຕົ້ນກ້ວຍ, ຕົ້ນກາລະພຶກ, ຕົ້ນຝາງແດງຫາງນົກຍຸງ, ຕົ້ນກາກະເລົາ, ຕົ້ນກາເຟ ແລະ ຕົ້ນດອກເຂັມ ສະຖານທີ່ປູກກໍແມ່ນບໍລິເວນໜ້າຫ້ອງການ, ຫ້ອງຮຽນ, ລຽບທາງ ແລະ ຟາມເນີນສູງຂອງວິທະຍາໄລ.
=============================================
ພາບ ແລະ ຂ່າວໂດຍ: ພົມພອນ ໜໍ່ບຸນຕາ; ສີສະຫວາດ ພັນທຸວົງ
ຫ້ອງການ ພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ