ໃນວັນທີ 18 ພຶດສະພາ 2018 ນີ້ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຈອມເພັດ ແຂວງ ຫຼວງພະບາງ. ນຳພາໂດຍ ທ່ານ ຂວັນເຮືອນ ວັນນະລາດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈອມເພັດ ພ້ອມດ້ວຍພະນັກງານ. ໃຫ້ກຽດກ່ວຕ້ອນຮັບໂດຍ ທ່ານ ປທ. ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ. ຈຸດປະສົງການມາຢ້ຽມຢາມໃນຄັ້ງນີ້ກໍເພື່ອ ທັດສະນະສຶກສາ ແລະ ແລກປ່ຽນປົດຮຽນ ທາງດ້ານກະສິກຳ ແລະ ປ່າໄມ້ ແລະ ເພື່ອສ້າງຄວາມສາມັກຄີລະຫວ່າງວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ກັບ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ ຈອມເພັດ.
ໃນພິທີ ທ່ານ ປອ. ອຸໄທ ສຸກຂີ ຮອງອຳນວຍການວິທະຍາໄລ ໄດ້ນຳສະເໜີປະຫວັດຄວາມເປັນມາ ແລະ ກິດຈະກຳຕ່າງໆ ຂອງວິທະຍາໄລ ໂດຍຫຍໍ້, ຫຼັງຈາກນັ້ນ ທັງສອງຝ່າຍກໍໄດ້ແລກປ່ຽນບົດຮຽນ ກ່ຽວກັບວິທີການປູກໝາກແໜ່ງ, ການປູກຜັກຫວານປ່າ ແລະ ຂໍ້ມູນກ່ຽວກັບການເຮັດກ້ອນແຮ່ທາດ, ຈາກນັ້ນ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈອມເພັດ ກໍໄດ້ມອບຂອງຂວັນທີ່ລະນຶກ ໃຫຫແກ່ ວິທະຍາໄລ. ຫຼັງຈາກນັ້ນທັງສອງຝ່າຍກໍໄດ້ລົງເບິ່ງກິດຈະກຳຕ່າງໆຟາມຂອງວິທະຍາໄລ ແລະ ແຂ່ງຂັນກິລາບານເຕະມິດຕະພາບອີກດ້ວຍ. ການມາທັດສະນະໃນຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມໝາຍ, ຄວາມສາມັກຄີ ແລະ ມິດໄມຕີອັນດີງາມ.
————————————————————————————
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການ ພົວພັນ ແລະ ການຮ່ວມມື, ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ