ຕອນແລງຂອງພະຫັດ ວັນທີ 3 ພຶດສະພາ 2018 ຢູ່ທີ່ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີມອບ-ຮັບລານເຄົາລົບທຸງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ທອງສະມຸດ ພູມມາສອນ ອຳນວຍການວິທະຍາໄລ, ທ່ານ ລີ ບາວກວາງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ
ພາຍໃນງານດັ່ງກ່າວປະກອບມີສອງກິດຈະກຳ ອັນທີ່ໜຶ່ງແມ່ນການພິທີການມອບຮັບລານເຄົາລົບທຸງ ເຊິງທາງກົງສູນປະຈຳແຂວງຫຼວງພະບາງເປັນຜູ້ໃຫ້ທຶນໃນການກໍສ້າງ ໃນເນື້ອທີ່ປະມານ 1,200 ຕາແມັດ ເປັນມູນຄ່າ 200,000,000 ກີບ ຈຸດປະສົງໃນການກໍສ້າງລານເຄົາລົບທຸງດັ່ງກ່າວແມ່ນເພື່ອໃຊ້ໃຫ້ເກີດປະໂຫຍດສູງສຸດ ອັນທີ1 ເປັນບ່ອນເຄົາລົບທຸງ ອັນທີ2 ເປັນບ່ອນ ຈັດງານຕະຫຼາດນັດແຮງງານ, ອັນ 3 ແມ່ນເປັນບ່ອນ ອອກກຳລັງກາຍ ແລະ ຈັດກິດຈະກຳຕ່າງໆ
ຫຼັງຈາກນັ້ນ ທ່ານ ລິ ບາວກວາງ ໄດ້ກ່າວປາຖະກະຖາ ເຜີຍແຜ່ກ່ຽວກັບເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທ່ນປະຊາຊົນທົວປະເທດ ຄັ້ງທີ19 ຂອງພັກກອມມູນິດຈີນ, ນຳສະເໜີໂດຍຫຍໍ້ກ່ຽວກັບການຕ້ານສໍ້ລາດບັງຫຼວງ ແລະ ການພັດທະນາການສຶກສາຂັ້ນສູງຂອງຈີນ ໃນນັ້ນທ່ານກໍ່ຍັງກາວເຖິງການປະຕິບັດແຜນຍຸດທະສາດພຶ້ນຖານ ຍຶກໝັ້ນຫຼັກການຖືປະຊາຊົນເປັນໃຈກາງ ແລະ ຫຼັກການຈີນດ່ຽວ.
ເຊິງໄດ້ເຮັດໃຫ້ພະນັກງານ, ອາຈານ ແລະ ນັກສຶກສາເຂົ້າໃຈ ສະພາບລວມຂອງຈີນຫຼາຍຂຶ້ນກວ່າເກົົ່າ
ຖ່າຍພາບໂດຍ: ສີສະຫວາດ ພັນທູວົງ
ຂຽນຂ່າວໂດຍ: ພົມພອນ ໜໍ່ບຸນຕາ