ໃນວັນທີ 30 ມີນາ 2018 ຜ່ານມານີ້ ພະນັກງານຄູອາຈານ ແລະ ນັກສຶກສາ ທີ່ ຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນ ແຂວງ ຫຼວງພະບາງ ໄດ້ສ້າງຂະບວນການອອກແຮງງານ (Big Cleaning Day) ເພື່ອຕ້ອນຮັບ ງານບຸນສົງການປີໃໝ່ລາວ ພ.ສ 2561, ວັນເປີດປີທ່ອງທ່ຽວລາວ ຂອງແຂວງ ຫລວງພະບາງ ແລະ ການປະກາດຫຼວງພະບາງເປັນນະຄອນ.
ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ທາສີຮົ້ວໜ້າທາງ ຂອງ ຄະນະວິຊາປ່າໄມ້ ເຊິ່ງມີລວງຍາວທັງໝົດ 350 ກວ່າແມັດ, ເຊີ່ງໄດ້ແບ່ງເປັນຈຸ ເປັນໜ່ວຍຮັບຜິດຊອບຕາມຂອບເຂດທີ່ໄດ້ແບ່ງໃຫ້, ມີແຮງງານທັງໝົດ 49 ຄົນ, ຍີງ 12 ຄົນ