ໃນວັນທີ 30 ມີນາ 2018 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງ ຊາວໜຸ່ມປະຊາຊົນປະຕິວັດລາວຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ອຸ່ນຄຳ ສຸວັນນະພັນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ຫຼວງພະບາງ ແລະ ສະຫາຍ ສົມສີ ຄຳມະນີວົງ ຄະນະພັກຮາກຖານປະທານກວດກາພັກ, ຮອງອຳນວຍການວິທະຍາໄລ. ມີເລຂາ, ຮອງຮອງເລຂາ ແລະ ສະມາຊິກທີ່ເປັນພະນັກງານຄູອາຈານເຂົ້າຮ່ວມ. ໃນພິທີ ສະຫາຍ ຫວາຊົງ ຄຳເຮືອງໄຊລືຊົ່ງ ວິຊາການຂະແຫນງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຄະນະບໍລິຫານງານຊາວຫນຸ່ມ ແຂວງ ຫຼວງພະບາງ ໄດ້ຂຶ້ນເຜີຍແຜ່ກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສະບັບປັບປຸງໃໝ່ ປະກອບມີ 10 ໝວດ, 26 ມາດຕາ ໃນນີ້ກໍເປັນການສ້າງຈິດສຳນຶກ ເປັນເຈົ້າຕົນເອງ, ເປັນການເຕົ້າໂຮມຄວາມສາມັກຄີ ຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ເປັນພະນັກງານ, ຄູ-ອາຈານພາຍໃນວິທະຍາໄລ, ເປັນການສົ່ງເສີມແນວຄິດປະດິດສ້າງໃນການພັດທະນາຄຽງຄູ່ກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາຫຍຸ້ງຍາກ, ເຈັບເປັນ ແລະ ເສຍຊີວິດ, ທັງເປັນການທ້ອນໂຮມເງິນ ຄຸ້ມຄອງການນຳໃຊ້ ແລະ ບໍລິຫານງານ. ໃນຕອນທ້າຍ ສະຫາຍ ອຸ່ນຄຳ ສຸວັນນະພັນ ໄດ້ຂຶ້ນໂອລົມ ນອກນັ້ນ ສະຫາຍ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານການເຈັບເປັນ, ຍົກໃຫ້ເຫັນຄວາມສຳຄັນຂອງກອງທຶນ, ໃຫ້ຄຳຄິດເຫັນດ້ານດີ-ດ້ານອ່ອນ ແລະ ສະຫາຍຍັງເນັ້ນໃຫ້ສະມາຊິກຊາວໜຸ່ມ ພາຍໃນວິທະຍາໄລທຸກສະຫາຍ ຫັນມາເປັນສະມາຊິກຂອງກອງທຶນດັ່ງກ່າວ ເພື່ອຈະແກ້ໄຂຄວາມຈຳເປັນ ແລະ ຫຍຸ້ງຍາກໃນຕໍ່ໜ້າ.
====================================================================
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ