ການຝຶກອົບຮົມເຕັກນິກວິຊາຊີບໄດ້ປິດລົງ ໃນວັນທີ 16 ມີນາ 2018 ນີ້ ທີ່ ຫ້ອງປະຊຸມວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໂດຍການເປັນປະທານ ຂອງທ່ານ ປທ. ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ປອ. ອຸໄທ ສຸກຂີ, ທ່ານ ປທ. ສົມສີ ຄຳມະນີວົງ ຮອງອຳນວຍການວິທະຍາໄລ, ມີຄູອາຈານ, ຄູປະຈຳຫ້ອງ ແລະ ນັກສຶກສາ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ອາຈານ ອຳໄພວັນ ສຸກສັນຕິ ຂຶ້ນຜ່ານສະພາບໃນໄລຍະການຝຶກອົບຮົມ ແລະ ສັງລວມການຝຶກອົບຮົມ ທ່ານກ່າວບາງຕອນວ່າ ການຝຶກອົບຮົມນີ້ ແມ່ນການຮ່ວມມືລະຫວ່າງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ກັບໂຄງການ VELA ໂດຍການຮັບເອົານັກຮຽນທີ່ຈົບປະຖົມ(ປໍ5) ຫຼື ບໍ່ຈົບມັດທະຍົມ ເຂົ້າມາຝຶກອົບນຮົມໃນຫຼັກສູດເຕັກນິກວິຊາຊີບ ລະດັບ 1 ທີ່ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໃນໄລຍະການຝຶກອົບຮົມ 3 ເດືອນ.
ການຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນ ທັງໝົດ 17 ຄົນ, ຍິງ 5 ຄົນ. ໃນນັ້ນ ສາຂາວິຊາລ້ຽງສັດ ແລະ ການປະມົງ 10 ຄົນ, ຍິງ 4 ຄົນ ແລະ ສາຂາວິຊາປູກຝັງ 7 ຄົນ, ຍິງ 3 ຄົນ. ໃນຕອນທ້າຍ ທ່ານ ປທ. ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລໄດ້ຂຶ້ນມອບໃບຢັ້ງຢືນໃຫ້ແກ່ນັກຮຽນທີ່ຜ່ານການຝຶກອົບຮົມ ແລະ ທ່ານໄດ້ໃຫ້ທິດຊີ້ນຳ ແລະ ປະກອບຄໍາຄິດເຫັນຕໍ່ພິທີ ດັ່ງບາງຕອນທ່ານກ່າວວ່າ: ແນວທາງຂອງພັກ-ລັດ ໃນທີ່ຜ່ານມາ ແລະ ໃນຕໍ່ໜ້າຂະແໜງກະສິກຳ ແລະ ປ່າໄມ້ ເປັນຂະແໜງໜຶ່ງ ທີເປັນຫຼັກ ແລະ ມີຄວາມສຳຄັນຫຼາຍໃນຂົງເຂດເສດຖະກິດຂອງປະເທດເຮົາ ສະນັ້ນ ເພື່ອປະເທດຊາດຫຼຸດພົ້ນ ອອກຈາກຄວາມທຸກຍາກຂອງຄອບຄົວ, ໃນ 80 ສ່ວນຮ້ອຍເປັນຊາວກະສິກອນໄດ້ທຳການປູກ-ການລ້ຽງທາງດ້ານການກະສິກຳ. ໃນຕອນທ້າຍທ່ານໄດ້ເນັ້ນໃຫ້ນັກຮຽນຜູ້ທີ່ຜ່ານການຝຶກອົບຮົມໃຫ້ນຳເອົາຄວາມຮູ້ທີ່ໄດ້ຮຽນມານັ້ນນຳໄປໃຊ້ ແລະ ພັດທະນາທ້ອງຖິ່ນຂອງຕົນໃຫ້ມີຢູ່ມີກິນດີຂຶ້ນເທື່ອລະກ້າວ.
===================================================================
ພາບ ແລະ ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ