ວັນທີ 2 ມີນາ 2018 ນີ້ທີ່ຜ່າມານີ້ ຢູ່ທີ່ເດີ່ນກິລາ ຂອງ ວິທະຍາໄລກະສິກຳ ແລະ ປ່່າໄມ້ ພາກເໜືອ ໄດ້ມີການສ້າງຂະບວນການແຂ່ງຂັນກິລາບານເຕະສາມັກຄີຂຶ້ນ ລະຫວ່າງ ທີມປະສົມຂອງພະນັກງານຄູອາຈານຊາຍ ພົບກັບ ທີມພະນັກງານຄູອາຈານຍິງ ພາຍໃນວິທະຍາໄລ ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 108 ປີ ແລະ ທັງເປັນການສ້າງຄວາມສາມັກຄີຂອງພະນັກງານ ຄູອາຈານ ຊາຍ ແລະ ຍິງ. ໃນການແຂ່ງຂັນດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຜົນຂອງການແຂ່ງຂັນປະກົດວ່າ ທີມພະນັກງານຄູອາຈານ ຍິງ ເປັນຝ່າຍຊະນະ ທີມພະນັກງານຄູອາຈານຊາຍ 5:0
ພາບ-ຂ່າວໂດຍ: ສີສະຫວາດ ພັນທຸວົງ
ຫ້ອງການພົວພັນ ແລະ ການຮ່ວມື, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ