ວັນທີ 5 ກຸມພາ 2018 ທີ່ຜ່ານມານີ້ ຢູ່ທີ່ສະໂມສອນຂອງ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີຮັບຟັງການໂອ້ລົມຂອງອຳນວຍການວິທະຍາໄລໃຫ້ແກ່ນັກສຶກສາພາກປົກກະຕິຮຸ່ນທີ 6 ແລະ ພາກຕໍ່ເນື່ອງຮຸ່ນທີ 5 ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ປທ ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ພາກ ເໜືອ. ໃນພິທີ ທ່ານ ອາຈານ ໜໍ່ຄຳ ວິລະວົງສາ ຫົວໜ້າຫ້ອງການພັດທະນາວິຊາການ ໄດ້ຂຶ້ນສະເໜີສະພາບການຝຶກງານ, ຜ່ານກົດລະບຽບການລົງຝຶກງານ ແລະ ແນະນຳການບັນທຶກປຶ້ມຕິດຕາມການລົງຝຶກງານ ໃຫ້ແກ່ນັກສຶກສາ ທ່ານໄດ້ກ່າວວ່າ ນັກສຶກສາ ທີ່ຈະໄປຝຶກງານທັງໝົດ 249 ຄົນ, ຍິງ 114 ຄົນ. ໃນນັ້ນ ຄະນະວິຊາ ລ້ຽງສັດ ແລະ ການປະມົງ 92 ຄົນ, ຍິງ 43 ຄົນ; ຄະນະວິຊາປູກຝັງ 57 ຄົນ, ຍິງ 33 ຄົນ; ຄະນະທຸລະກິດກະສິກຳ 23 ຄົນ, ຍິງ 16 ຄົນ; ຄະນະປ່າໄມ້ 54 ຄົນ,ຍິງ 16 ຄົນ ແລະ ລະບົບຕໍ່ເນື່ອງ 23 ຄົນ, ຍິງ 6 ຄົນ. ພາກສ່ວນທີ່ນັກສຶກສາໄປລົງຝຶກງານມີທັງພາກລັດ, ເອກະຊົນ ແລະ ພາກສ່ວນໂຄງການ. ຫຼັງຈານັ້ນ ທ່ານ ປທ ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ ກໍໄດ້ຂຶ້ນໂອ້ລົມຕໍ່ກັບນັກສຶກສາ ທ່ານກ່າວວ່າ ການທີ່ຝຶກງານນີ້ ແມ່ນຢາກໃຫ້ນັກສຶກສາຝຶກນຳຟາມເອກະຊົນ ແລະ ບັນດາໂຄງການໃຫ້ຫຼາຍ ເພາະວ່າຄວາມຕ້ອງການຂອງຕະຫຼາດແຮງງານນັ້ນ ແມ່ນມີຫຼາຍໃນພາກເອກະຊົນ ແລະ ໃນໂຄງການຕ່າງໆ ແລ້ວທ່ານຍັງເນັ້ນໜັກໃຫ້ ນັກສຶກສາຮັກສາລະບຽບໃນການຝຶກງານ, ມີຄວາມຮັບຜິດຊອບຕໍ່ການເອົາຂໍ້ມູນ. ທ່ານຍັງເນັ້ນອີກຕື່ມໃຫ້ຄູອາຈານຊີ້ນຳ ແລະ ຜູ້ຮັບຜິດຊອບນັກສຶກສາເອົາໃຈໃສ່ໃກ້ຊິດຕິດແທດ ຫຼື ຕິດຕໍ່ພົວພັນກັບນັກສຶກສາ ເພື່ອໃຫ້ນັກສຶກສານັ້ນໄດ້ຂໍ້ມູນທີ່ສົມບູນ ແລະ ຄົບຖ້ວນ ເພື່ອຈະນຳມາຂຽນເປັນບົດໂຄງການຈົບຊັ້ນໃນຕໍ່ໜ້າ.
ພາບ-ຂ່າວ: ສີສະຫວາດ ພັນທຸວົງ
Facebook: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ