ຕອນເຊົ້າວັນທີ 10 ທັນວາ 2017 ນີ້ທີ່ຫ້ອງປະຊຸມຂອງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ ມີການເປີດອົບຮົມດ້ານການເປັນໂຄສົກ, ການຂຽນຂ່າວ ແລະ ການຈັດລາຍການໂທລະໂຄ່ງອອກອາກາດຂຶ້ນ. ໂດຍມີຄູ-ອາຈານ, ຄູຝຶກ ແລະ ນັກສຶກສາອາສາສະໝົດ ຈຳນວນ 45 ຄົນຮ່ວມ, ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ເພື່ອ ສ້າງຮຸ່ນສືບທອດໃນການເປັນໂຄສົກຈັດລາຍການໂທລະໂຄ່ງຂອງວິທະຍາໄລ, ໃຫ້ກຽດເປີດພິທີໂດຍ ອາຈານ ບຸນຊູ ໄຊຊະນະ ຫົວໜ້າຫ້ອງການພົວພັນ ແລະ ການຮ່ວມມື, ໃນພິທີໄດ້ມີການຝຶກກ່ຽວກັບການຂຽນສະຄຣິບລາຍການ ແລະ ການຈັດລາຍການໂທລະໂຄ່ງ ເພື່ອໃຫ້ອອອກລາຍການໂທລະໂຄ່ງໄດ້