ຕ້ອນເຊົ້າຂອງວັນທີ 5 ທັນວາ ນີ້ ໄດ້ມີພິທີການຝຶກອົບຮົມການລ້ຽງສັດປິກ ແລະ ປ້ອງກັນພະຍາດສັດປິກ ຂຶ້ນທີ່ ຫອ້ງປະຊຸມຂອງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ໂດຍການເປັນປະທານ ຂອງທ່ານ ອາຈານ ອຳໄພວັນ ສຸກສັນຕິ ຫົວໜ້າຄະນະວິຊາລ້ຽງສັດ ແລະ ການປະມົງ, ຄູ່ຝຶກ 2 ທ່ານ ອາຈານ ຈັນມະນີ ແລະ ອາຈານ ວັນນະສອນ ແລະ ພ້ອມດ້ວຍ ນັກສຳມະນາກອນ 20 ທ່ານ ຈາກບ້ານອ້ອມຂ້າງເຂົ້າຮ່ວມ ການຝຶກອົບຮົມດັ່ງກ່າວແມ່ນຈະໄດ້ດຳເນີນເປັນເວລາ 5 ວັນ ຈຸດປະສົງແມ່ນ ນຳໃຊ້ຫຼັ້ກສູດຝຶກອົບຮົມໄລຍະສັ້ນໃຫ້ແກ່ຊາວກະສິກຳ ແລະ ຜູ້ທີສົນໃຈຕ່າງໆ ກ່ຽວກັບການລ້ຽງສັດປິກ ແລະ ການປ້ອງກັນພະຍາສັດປິກ, ເນື້ອໃນການອົບຮົມແມ່ນຈະຮຽນພາກທິດສະດີ ແລະ ພາກປະຕິບັດໂດຍເນັ່ນໃສພາກປະຕິບັດຕົວຈີງຫຼາຍຂຶ້ນ ກ່ຽວການນຳໃຊ້ເຕັກນິກການຜະລິດສັດປິກ, ການນຳໃຊ້ອຸປະກອນ,ເຕັກນິກໃນການຈັດການສຸຂະພາບສັດ, ການປ້ອງກັນ ແລະ ການປິ່ນປົວພະຍາດສັນບາງຊະນິດ ເນືອງຈາກວ່າການລ້ຽງສັດປິກນີ້ມີຄວາມຈຳເປັນຫຼາຍໃນການປ້ອງກັນພະຍາດຕ່າງໆທີ່ອາດຈະເກີດ ສະນັ້ນການຝຶກອົບຮົມໃນຄັ້ງນີ້ຖືວ່າມີຄວາມໝາຍຄວາມສຳຄັນ ຕໍ່ກັບຜູ້ລ້ຽງສັດປິກ ແລະ ຜູ້ທີ່ສົນໃຈ ແມ່ນສາມາດຕິດຕໍກັບທາງ ວິທະຍາໄລເຮົາໄດ້
ຂຽນຂ່າວໂດຍ: ພົມພອນ ໜໍ່ບຸນຕາ, ຫ້ອງການພົວພັນ ແລະ ການຮ່ວມມື