ໃນຕອນເຊົ້າຂອງວັນທີ 11 ພະຈິກ 2017 ທາງທິມງານບົວລະບັດຮັກສາ ວິທະຍາໄລ ຫຼື ວ່າທິມມິກ ໄດ້ຈັດການອົມຮົມນິເທດຂຶ້ນທີ່ສະໂມສອນ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ພາກເໜືອ ແນະນຳ ການນໍາໃຊ້ອຸປະກອນໃຫ້ແກ່ນັກສຶກສາ ປີ I ຫຼຸ້ນ VII ທີ່ເຂົ້າມາໃໜ່. ໂດຍເປັນທານຂອງ ທ່ານ ປອ ອຸໄທ ສຸກຂີ ຮອງອໍານວຍການ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ພາກເໜືອ ຈຸດປະສົງ ກໍ່ເພື່ອເປັນການເຕົ້າໂຮມນັກສຶກສາທີ່ເຂົ້າມາໃໜ່ ໄດ້ຮູ້ວິທີການນໍາໃຊ້ອຸປະກອນຕ່າງໆ ເປັນຕົ້ນແມ່ນ ອຸປະກອນໄຟຟ້າ, ອຸປະກອນການບໍາລຸງຮັກສາ ແລະ ສີ່ງທີ່ອຳນວຍຄວາມສະດວກຕ່າງໆ, ການນໍາໃຊ້ລະບົບນໍ້າພາຍໃນອາຄານ ແລະ ລະບົບນ້ຳທີ່ໃສ່ເຂົ້າໃນການຜະລິດ, ການນໍາໃຊ້ຈັກຕັດຫຍ້າ, ການຮັກສາສິ່ງແວດລ້ອມ, ການຮັກສາສຸຂະພາບ ແລະ ກົດລະບຽບຂອງຫໍພັກ, ຫ້ອງຮຽນ ຂອງວິທະຍາໄລວາງອອກ.