ຕອນເຊົ້າ ວັນຈັນ ວັນທີ 25 ກັນຍາ ປີ2017 ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືຶອ ໄດ້ຈັດພິທີການຝຶກອົບຮົມໄລຍະສັ້ນ ເປັນເວລາ 5 ວັນ ຫົວຂໍ້ ການປູກເຫັດນາງລົມ ໃຫ້ແກ່ຊາວກະສິກອນ 7 ບ້ານ ອ້ອນຂ້າງ ມີຈຳນວນ 20 ກວ່າຄົນ ເຊິງມາຈາກ ບ. ຫາດຊຳ, ສົບແຈກ, ມ ປາກແຊງ, ໂພນສະຫວ່າງ, ຖິ່ນ, ມ ປາກອູ, ປາກປາ, ພິກນ້ອຍ, ພິກໃຫຍ່, ມ ຫຼວງພະບາງ ການຝຶກອົບຮົມດັ່ງກ່າວແມ່ນເນັ້ນໃສ່ການປະຕິບັດຕົວຈີງ, ຄວາມຮູ້ ແລະ ເຕັກນິກວິຊາການຕ່າງໆ ເພື່ອໃຫ້ຊາວກະສິກອນ ແລະ ຜູ້ທີ່ສົນໃຈສາມາດນຳເອົາບົດຮຽນດັ່ງກວ່າ ໄປໃສ່ຕົວຈີງ ໃຫ້ມີວຽກເຮັດງານທຳ ສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອຶ່ນຕໍ່ໄປໄດ້
ຫ້ອງການພົວພັນ ແລະ ຮ່ວມມື