ເພື່ອເປັນການສະຫຼຸບຜົນການຈັດຕັ້ງປະຕິບັດແຜນກິດຈະກຳ ຂອງໂຄງການພັດທະນາອາຊິວະສຶກສາ (VELA) ໂດຍສະເພາະແມ່ນພິທີສະຫຼຸບຝຶກອົບຮົມວິຊາອາຊີບດ້ານການປູກຝັງ ແລະ ລ້ຽງສັດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຢູ່ເຂດຫາງໄກລອກຫຼີກ ເພື່ອເປັນການຢ້ງຢືນໃຫ້ພວກເຂົາເຈົ້າ ໄດ້ນຳເອົາຄວາມຮູ້ຈາກການຝຶກອົບຮົມ ໄປປະກອບອາຊີບເພື່ອພັດທະນາຄອບຄົວ, ທ້ອງຖີ່ນ ແລະ ມີວຽກເຮັດງານທຳ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຖ່າຍທອດໃຫ້ແກ່ຜູ້ອຶ່ນໄດ້.
ເພື່ອຈັດຕັ້ງພິທີປິດຊຸດຝຶກອົບຮົມດັ່ງກ່າວໃຫ້ມີຄວາມໝາຍ ແລະ ມີເນື້ອໃນໝັກແໜ້ນ ພ້ອມທັງຮັບປະກັນຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ອຳນວຍການວິທະຍາໄລ ຕົກລົງ ແຕ່ງຕັ້ງຄູອາຈານ ແລະ ນັກສຶກສາເຂົາຮ່ວມພິທີປິດຊຸດຝຶກອົບຮົມ ຫຼັກສູດເຕັກນິກວິຊາອາຊີບລະດັບ1 (C1) ໃນວັນທີ 15 ກັນຍາ 2017 ເວລາ 14:00ໂມງ ດັ່ງມີລາຍຊື່ຂ້າງລຸ່ມນີ້້:
1. ອາຈານ ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ ເປັນປະທານ 2. ປອ ອຸໄທ ສຸກຂີ ຮອງອຳນວຍການວິທະຍາໄລ ຜູ້ປະສານງານໂຄງການປະຈຳວິທະຍາໄລ ເປັນ ຄະນະ 3. ອາຈານ ອຳໄພວັນ ສຸກສັນຕິ ຫົວໜ້າຄະນະວິຊາລ້ຽງສັດ ແລະ ການປະມົງ ຜູ້ຊ່ວຍປະສານງານໂຄງການປະຈຳວິທະຍາໄລ ເປັນຄະນະ 4. ອາຈານ ທອງເພັດ ຈິດຕະບຸຜາ ຫົວໜ້າຄະນະວິຊາ ປູກຝັງ ເປັນຄະນະ 5. ອາຈານ ບຸນຈັນ ເລັ່ງສະຫວັດ ຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ 6. ອາຈານ ໜໍ່ຄຳ ວິລະວົງສາ ຫົວໜ້າຫ້ອງການພັດທະນາວິຊາການ 7. ອາຈານ ພູທອນ ຈັນທະວົງສາ ຮອງຫົວໜ້າຄະນະວິຊາ ປູກຝັງ 8. ອາຈານ ສົມຄິດຈະເລີນຜົນ ຫົວໜ້າຄະນະວິຊາ ທຸລະກິດກະສິກຳ 9. ອາຈານ ບຸນກ້ຽງ ສຸລິຍະສັກ ຫົວໜ້າຄະນະວິຊາ ປ່າໄມ້ 10. ອຈ. ຈິດຕະວົງສາເຮືອງທະວີໄຊ ຜູ້ຮັບຜິດຊອບຖານຂໍ້ມູນນັກສຶກສາ ຝຶກອົບຮົມ C1 11. ອຈ ບຸນເລື່ອມ ອຸ່ນທະພັນ ຮັບຜິດຊອບການເງິນໂຄງການ 12. ອາຈານ ທີ່ສອນຫຼັກສູດຝຶກອົບຮົມດັ່ງກ່າວໝົດທຸກຄົນ ແລະ 13 ນັກຝຶກອົບຮົມ 18 ຄົນ ໃຫ້ມີໜ້າເຂົາຮ່ວມ ແລະ ປະຕິບັັັັດໜ້າໃຫ້ສຳເລັດຜົນດ້ວຍດີ.