ນັກສຶກສາວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ສໍາເລັດການສຶກສາຫຼັກສູດຊັ້ນສູງລະບົບຕໍ່ເນື່ອງ ແລະ ຫຼັກສູດຊັ້ນສຸູງລະບົບປົກກະຕິ ເພື່ອເຮັດໃຫ້ພິທີສະຫຼຸບການຮຽນ–ການສອນຫຼັກສູດຊັ້ນສູງກະສິກໍາ ແລະ ປ່າໄມ້ເຂດເນີນສູງ ສໍາຫຼັບໃຫ້ນັກສຶກສາຮຸ່ນທີ V ແລະ ລະບົບຕໍ່ເນື່ອງຮຸ່ນທີ IV. ດໍາເນີນໄປດ້ວຍດີ ທ່ານ ນາງ ໜໍ່ຄໍາ ວິລະວົງສາ ຫົວໜ້າຫ້ອງການພັດທະນາວິຊາການ ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຫຼັກສູດການຮຽນ–ການສອນໃນວິທະຍາໄລ ກະສິກໍາ ແລະ ປ່າໄມ້ພາກເໜືອ ປະຈໍາປີ 2016-2017, ຫຼັກສູດການຮຽນການສອນ ລະບົບຕໍ່ເນື່ອງໜຶ່ງສົກຮຽນ ແບ່ງອອກເປັນສອງພາກ ແຕ່ລະພາກຮຽນ ມີ 20 ອາທິດ, ໃຊ້ເວລາຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງ, ມີ 5 ວິຊາ ຮຽນຄື: ວິຊາພື້ນຖານ 6 ໜ່ວຍກິດ, ໜວດວິຊາພື້ນຖານຂອງວິຊາສະເພາະ 14 ໜ່ວຍກິດ, ໜວດວິຊາສະເພາະ 30 ໜ່ວຍກິດ, ໜວດວິຊາເລືອກ 3 ໜ່ວຍກິດ, ຝຶກງານ, ຂຽນ ແລະ ປ້ອງກັນບົດໂຄງການຈົບຊັ້່ນ 4ໜ່ວຍກິດ, ລວມທັງໜົດ 57 ໜ່ວຍກິດ, ຫຼັກສູດການຮຽນ–ການສອນນັກສຶກສາລະບົບປົກກະຕິ ມີ 5ໜວດວິຊາເຊັ່ນ: ໜວດວິຊາຄວາມຮູ້ທົ່ວໄປ 9ໜ່ວຍກິດ, ໜວດວິຊາສະເພາະພື້ນຖານ 38 ໜ່ວຍກິດ, ໜວດວິຊາສະເພາະ 48 ໜ່ວຍກິດ, ໜວດວິຊາເລືອກ 3 ໜ່ວຍກິດ, ບົດລາຍງານໂຄງການຈົບຊັ້ນ 6ໜ່ວຍກິດ, ລວມນັກສຶກສາທັງໜົດ 220 ຄົນ, ຍິງ 70ຄົນ, ດັ່ງນັ້ນ ມາຮອດວັນທີ 18 ສິງຫາ 2017 ນີ້ ຈຶ່ງໄດ້ຈັດພິທີສະຫຼຸບການຮຽນ–ການສອນ ຂື້ນທີ່ສະໂມສອນ ວິິທະຍາໄລ ກະສິກໍາ ແລະ ປ່າໄມ້ພາກເໜືອ ໃຫ້ຜູ້ທີ່ສໍາເລັດການສຶກສາດ້ວຍບັນຍາກາດອົບອຸ່ນ. ໂດຍການມອບຂອງ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ, ໂດຍການເຂົ້າຮ່ວມເປັນສັກສີພະຍານມີ ທ່ານ ສອນມະນາ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາຫົວໜ້າ/ຮອງ ຂະແໜງການ, ຕາງໜ້າສູນຄົ້ນຄວ້າກະສິກໍາເຂດພູດອຍ ແລະ ວິຊາການອ້ອມຂ້າງ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າ ຫ້ອງການ/ຄະນະວິຊາ ກໍ່ໃຫ້ກຽດເຂົ້າຮ່ວມ. ນອກນີ້, ທ່ານ ອາຈານ ກອບລາບ ຕາງໜ້າຈາກ ມະຫາໄລແມ່ໂຈ້ ກໍ່ໃຫ້ກຽດເຂົ້າຮ່ວມໃນພິທີ ແລະ ຕະຫຼອດຮອດນັກສຶກສາປີທີ 3 ທັງໜົດ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ