ວັນທີ 22 ມິຖຸນາ 2017 ນີ້ ທີ່ ຫ້ອງປະຊຸມໃຫຍ່ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ຈັດກອງປະຊຸມຊຸກຍູ້ທິມງານຄູສອນເກັບກຳຄວາມຄິດເຫັນຈາກນັກສຶກສາກ່ຽວກັບການສອນພາກປະຕິບັດ ເພື່ອເຮັດໃຫ້ການສອນພາກທິດສະດີສອດຄອງກັບພາກປະຕິບັດປະຕິບັດໂຕຈີງ ແລະ ມີປະສິດທິພາບສູງສຸດຕໍ່ນັກສຶກສາຢູ່ທີ່ວິທະຍາໄລແຫ່ງນີ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອຸໄທ ສຸກຂີ ຮອງອຳນວຍການ ວິທະຍາໄລ ໄດ້ກ່າວເປີດພິທີຢ່າງເປັນທາງການ ຈຸດປະສົງ ເພື່ອເປັນການປະເມີນພາກປະຕິບັດແຕ່ລະວີທະຍາໄລ, ເອົາຂໍ້ມູນໄປປັບປຸງວິທີການສອນພາກປະຕິບັດ ໃຫ້ດີຂຶ້ນ, ເພື່ອເປັນຂໍ້ມູນໃນການສົ່ງເມີມການຮຽນ-ການສອນໂດຍເນັ້ນໃສ່ການສ້າງທັກສະໃຫ້ແກ່ນັກສຶກສາ, ເພື່ອເອົາຜົນໄດ້ຮັບໄປນຳສະເໜີໃນກອງປະຊຸມຄູຝຶກດ້ານການສິດສອນຄັ້ງທີ 2 ໃນເດືອນສີງຫາ ປີ 2017.. ເປັນການເປີດໂອກາດໃຫ້ແກ່ນັກສຶກສາໄດ້ມີສ່ວນຮ່ວມສະແດງຄວາມຄິດເຫັນຈາກປະສົບການໂຕຈີງຂອງເຂົາເຈົ້າກ່ຽວກັບການຮຽນພາກປະຕິບັດ ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໃຫ້ຄູຝຶກແຕ່ລະຄົນ ແລະ ນັກສຶກສາໃຫ້ຕັ້ງໜ້າປະຕິບັດ ສືບຕໍ່ປະກອບຄວາມຄິດເຫັນຢ່າງກົງໄປກົງມາໃຫ້ໃຊ້ສິດຕົນເອງປະກອບຄວາມເຫັນໃສ່ການປະເມີນຄັ້ງນີ້ດ້ວຍຄວາມຈີງໃຈ ແລະ ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນເປັນກັນເອງ. ໃນກອງປະຊຸມດັ່ງກ່າວ ໄດ້ມີການແບ່ງກຸ່ມຍິງ-ຊາຍ ແລ້ວຄົ້ນຄ້ວາຄຳຖາມ ມານຳສະເໜີຕໍ່ກອງປະຊຸມ ລະຫວ່າງນັກສຶກສາ ແລະ ຄູອາຈານ ກອງປະຊຸມໄດ້ດຳເນີນການເປັນ ເວລາ ໜື່ງວັນເຕັມ ຈິ່ງສຳເລັດ
Dee Lai- Thanks
LikeLike