ຕ້ອນເຊົ້າຂອງວັນທີ 8 ມິຖຸນາ 2017 ທີ່ຫ້ອງປະຊຸມ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ມີການຈັດກອງປະຊຸມຕ້ອນຮັບແຂກຈາກ ບໍລິສັດ ນິວເອຣາພັສ, ທິມງານອາສາສະມັກຈາກ Asia Foundation ແລະ ຫຼາຍຂະແໜງການ ຈາກປະເທດເກົ້າຫຼີ ຈຸດປະສົງເພື່ອມາທັດສະນະສຶກສາ ແລກປ່ຽກຄວາມຮູ້ເຊິງກັນ ແລະ ກັນ.
ທ່ານ. ປທ ທອງສະມຸດ ພູມມະສອນ ອຳນວຍການ ວິທະຍາໄລ ໄດ້ກ່າວຕ້ອນຮັບອົບອຸ່ນຢ່າງເປັນທາງການ ຈາກນັ້ນ ທ່ານ ປອ ອຸໄທ ສຸກຂີ ຮອງອຳນວຍການ ໄດ້ນຳສະເໜີປະຫວັດຄວາມເປັນມາ ຂອງວິທະຍາໄລ ຜູ້ເຂົ້າຮ່ວມທັງໝົດ …………..ມາຈາກ ບໍລິສັດ ນິວເອຣາພັສ ….. ຫົວໜ້າຄະນະວິຊາ ແລະ ຮອງ ຄະນະວິຊາ, ຫົວໜ້າຫ້ອງການ ແລະ ຮອງຫ້ອງການ ຈຳນວນ 7 ທ່ານ ຕໍ່ມາ ທັງສອງຟາຍໄດ້ຄົ້ນຄ້ວາປຶກສາຫາລືກັນ ກົງໄປ ກົງມາ ກ່ຽວກັບການພັດທະນາບຸກຄະລາກອນ ແລະ ວຽກງານການຮຽນການສອນຂອງວິທະຍາໄລຂອງແຕ່ລະໄລຍະ.
ເກົ່າຫຼີ ບໍ່ແມ່ນ 9
LikeLike