ວັນທີ່ 23 ພຶດສະພາ 2017 ຢູ່ຫ້ອງປະຊຸມໃຫຍ່ ຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ຈັດກອງປະຊຸມ ເພື່ອຈັດຝຶກອົບຮົມ ການປັບປຸງຄຸນນະພາບການຮຽນ-ການສອນດ້ານກະສິກໍາ ແລະປ່າໄມ້ ຂອງ 5 ວິທະຍາໄລ ທີ່ກະຊ່ວງກະສິກໍາ ແລະປ່າໄມ້ວາງອອກ ຮອດປີື 2020. ຈຸດປະສົງກອງປະຊຸມ: 1). ເພື່ອ ສ້າງພາລະບົດບາດຮ່ວມກັນ ສໍາລັບທີມງານຄູສອນ, ກໍານົດບົດບາດໜ້າທີ່, ຄວາມຮັບຜິດຊອບ ແລະ ວຽກງານໃນວິທະຍາໄລ ຂອງຕົນເອງ, 2). ເພື່ອສ້າງເອກະສານ ສໍາລັບ ການຝຶກອົບຮົມພະນັກງານໃໝ່ ແລະການສຶກສາຢ່າງຕໍ່ເນື່ອງພາຍໃນວິທະຍາໄລກ່ຽວກັບຫົວຂໍ້ຕ່າງໆຂອງການພັດທະນາຫຼັກສູດທີ່ເນັ້ນໃສ່ທັກສະ ແລະການຮຽນທີ່ເນັ້ນນັກຮຽນເປັນສູນກາງ, 3)ເພື່ອຝຶກອົບຮົມພາກປະຕິບັດຕົວຈິ່ງໃນການສ້າງທັກສະຂອງຕົນເອງໃນຖານະທີ່ເປັນສະມາຊິກທີມງານຄູສອນ: ການສັງເກດການສອນ, ການປຶກສາຫາລື ໃຫ້ຄໍາປຶກສາ ແລະ ການແລກປ່ຽນກັບຊ່ຽວຊານ ໂດຍເປັນປະທານ ແມ່ນ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ, ທ່ານ ນາງ Brieke ຫົວໜ້າໂຄງການ ສະໜັບສະໜູນ ການປັບປຸງ ວິທະຍາໄລ ຂອງສປປລາວ, ທ່ານ ນາງ ໄຕຄໍາ ແກ້ວມະນີວົງ ຕາງໜ້າກົມຈັດຕັງ ແລະ ພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາພະນັກງານ ຄູອາຈານ ທັງ 5 ວິທະຍາໄລ ທີ່ໄດ້ເຂົ້າຮວ່ມປະມານ 50 ກວ່າຄົນ. ກອງປະຊຸມດັ່ງກ່າວ ແມ່ນຈະໃຊ້ເວລາ 4 ວັນ ເຊິ່ງເລີ່ມແຕ່ ວັນທີ່ 23 – 26 ພຶດສະພາ 2017 ຈຶ່ງສໍາເລັດ.
excellent Ajan Phomphone
LikeLike