ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2017 ນີ້ ທີ່ຫ້ອງປະຊຸມຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນ ໄດ້ຈັດຕັ້ງຂະບວນການບໍລິຈາກເລຶອດຊ່ວຍເຫຼືອຄົນປ່ວຍ ແລະ ບາດເຈັບ ໃຫ້ແກ່ອົງການກາແດງລາວ ສູນຮັບບໍຈາກລິເລຶອດປະຈໍາຢູ່ ແຂວງຫຼວງພະບາງ ເພື່ອໄປຮັບໃຊ້ສັງຄົມ ແລະ ຊ່ວຍເຫຼືອຜູ້ທີ່ທຸກຍາກຂາດເຂີນດ້ານງົບປະມານ ຜູ້ທີ່ຕ້ອງການເລຶອດຢູ່ພາຍໃນໂຮງໝໍ ແຂວງຫຼວງພະບາງ ແລະ ທົ່ວປະເທດລາວ. ການບໍລິຈາກຄັ້ງນີ້ ມີຜູ້ອາສາ ສະມັກບໍລິຈາກເລຶອດທັງໝົດ 20 ຄົນ ມີພະນັກງານ ຄູອາຈານຂອງຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນ 3 ຄົນ, ນັກສຶກສາ 16 ຄົນ ແລະ ພະນັກງານຫ້ອງການ ອ້ອມຂ້າງເມືອງອິກ 1 ຄົນ.
ຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນໄດ້ບໍລິຈາກເລຶອດ
