ໃນຕອນແລງຂອງວັນທີ 9 ພຶດສະພາ 2017 ທີ່ຫໍປະຊຸມ ຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນ ໄດ້ເປີດພິທີ ຮັບເອົາສະມາຊິກຜູ້ກ້າວໜ້າເຂົ້າເປັນພັກສໍາ ຮອງ ແລະ ເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກສົມບຸນ. ການເປິດຮັບສະມາຊີກຜູ້ກ້າວໜ້າເຂົ້າພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງເຂົ້າສົມບຸນ ໃນຄັ້ງນີ້ ສະຫາຍ ສົມສີ ຄໍາມະນີວົງ ຄະນະພັກຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ກໍ່ໄດ້ໃຫ້ກຽດເປັນປະທານ ເຊິ່ງກ່ອນອຶ່ນໝົດ ທ່ານປະທານກໍ່ໄດ້ກ່າວຍ້ອງຍໍຜົນງານທີ່ດີຂອງບັນສະຫາຍທີ່ໄດ້ ຍາດແຍ່ງໃນໄລຍະຜ່ານມາ, ນອກຈາກນີ້ທ່ານປະທານຍັງໄດ້ໃຫ້ຄໍາແນະນໍາໃຫ້ສະມາຊິກທຸກຄົນ ຈົ່ງໄດ້ສຶບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈລະບຽບຫຼັກການຂອງພັກໃຫ້ແຂ້ມແຂງ ແລະ ໃຫ້ແຕກດອກອອກໝາກໄດ້ຢ່າງເປັນຈີງ.
ໃນບັນຍາກາດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາ ຮອງເຂົ້າສົມບຸນ ໃນຄັ້ງນີ້ລວມມີສະມາຊິກທັງໝົດ 4 ສະຫາຍ, ມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ 1 ສະຫາຍ ແລະ ເລື່ອນສະມາຊິກພັກສໍາ ຮອງເຂົ້າສົມບຸນ 3 ສະຫາຍ ດັງລາຍຊື່ຕໍ່ໄປນີ້:
1. ສະຫາຍ ພູແກ້ວ ອິນທະຄໍາ ມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ
2. ສະຫາຍ ພັນທອງ ແກ້ວວົງໄຊ ເລື່ອນສະມາຊິກພັກສໍາຮອງເຂົ້າສົມບຸນ
3. ສະຫາຍ ແກ້ວວ່າເຊັ່ງທໍ່ ເລື່ອນສະມາຊິກພັກສໍາຮອງເຂົ້າສົມບຸນ
4. ສະຫາຍ ສະຫມອນ ຈັນທະໄຊ ເລື່ອນສະມາຊິກພັກສໍາຮອງເຂົ້າສົມບຸນ
ໃນພິທີເປີດຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາ ຮອງເຂົ້າສົມບຸນ ໃນຄັ້ງນີ້ ຍັງມີໜ່ວຍພັກອ້ອມຄັ້ງວິທະຍາໄລ ແລະ ໜ່ວຍພັກອ້ອມຄັ້ງເມືອງຊຽງເງີນ ເຂົ້າຮ່ວມອິກດ້ວຍ
ດີຫຼາຍອາຈານ
LikeLike