ອອກແຮງງານສ້າງຂະບວນການຂໍານັບຮັບຕ້ອນວັນສ້າງຕ້າງກໍາມະບານລາວ ຄົບຮອບ 131 ປີ ໃນຕອນແລງຂອງວັນທີ 28 ເມສາ 2017 ຜ່ານມານີ້ ສະມາຊິກກໍາມະບານຮາກຖານ ຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນ ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ຈັດຕັ້ງຂະບວນການອອກແຮງງານ, ອານາໄມ້ຕິນຮົ້ວ, ເຂ່ຍຂິດິນອອກຈາກຕິນຮົ້ວ ໃນຂອບເຂດຮົ້ວຂອງຄະນະວິຊາປ່າໄມ້ ວິທະຍາເຂດຊຽງເງີນ ເປັນຈໍານວນ 370 ແມັດ, ລວມທັງໝົດ 31 ແຮງງານ, ນັບທັງພະນັກງານຄູອາຈານ ແລະ ພະນັກງານນັກສຶກສາເຊື່ອມຕໍ່
ນອກຈາກການອອກແຮງງານແລ້ວ ຍັງໄດ້ສ້າງຂະບວນການແຂງຂັນກິລາບານເຕະ ລະຫວ່າງພະນັກງານຄູອາຈານ ແລະ ນັກສຶກສາອິກດ້ວຍ ເຊິ່ງຜົນການແຂງຂັນສະມາດສະຫຼຸບໄດ້ດັ່ງນີ້:
ທິມພະນັກງານຄູອາຈານ ສາມາດຊະນະທິມນັກສຶກສາໄດ້ 1 = 0 ປະຕູ
ແຕ່ຊ້າຍຫາຂວາ: ສະຫາຍ ນິກອນ ສຸດທິວົງ, ສະຫາຍ ບຸນກ້ຽງ ສຸລິຍະສັກ, ສະຫາຍ ສົມເພັດ ແກ້ວສະຫວັດ, ສະຫາຍ ຄໍາພຸດ ພົມມະຈັນ, ສະຫາຍ ລີ ຊົ່ງ, ສະຫາຍ ແສງທອງ ສີຟອງ, ສະຫາຍ ຈິດປະເສິດ ພົມມະຈັນ ແລະ ສະຫາຍ ອາມີໂນ ກໍວິເສດ.